spot_img
Homeຂ່າວອຸບັດຕິເຫດອຸບັດຕິເຫດ ໃນເດືອນພຶດສະພາ 2024​ ມີຜູ້ເສຍຊີວິດເຖິງ 77 ຄົນ ໃນຂອບເຂດທົ່ວປະເທດລາວ

ອຸບັດຕິເຫດ ໃນເດືອນພຶດສະພາ 2024​ ມີຜູ້ເສຍຊີວິດເຖິງ 77 ຄົນ ໃນຂອບເຂດທົ່ວປະເທດລາວ

Published on

ກົມ​ຕຳ­ຫຼວດ​ຈາລະຈອນ ໄດ້ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນພຶດສະພາ 2024 ທີ່ຜ່ານມາ ວ່າ: ສະເພາະເດືອນພຶດສະພາ 2024 ທີ່ຜ່ານມາ, ແຂວງຈໍາປາສັກ ເກີດອຸບັດເຫດ ແລະ ມີຜູ້ເສຍຊີວິດຫຼາຍກວ່າແຂວງອື່ນໆໃນຂອບເຂດທົ່ວປະເທດ ຊຶ່ງມີຈໍານວນຜູ້ເສຍຊີວິດເຖິງ 13 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 93 ຄັ້ງ, ຮອງລົງມາແມ່ນ ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 10 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 87 ຄັ້ງ ແລະ ແຂວງອື່ນໆອີກ.

ໃນໄລຍະເດືອນພຶດສະພາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 77 ຄົນ, ມີຜູ້ບາດເຈັບ 799 ຄົນ ແລະ ມີພາຫະນະເປ່ເພ 889 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 513 ຄັ້ງ, ແຕ່ເມື່ອທຽບໃສ່ກັບຈຳນວນຜູ້ເສຍຊີວິດໃນເດືອນເມສາທີ່ຜ່ານມາແມ່ນຫຼຸດລົງ 19 ຄົນ ຊຶ່ງມີຜູ້ເສຍຊີວິດ 96 ຄົນ.

ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດ ແມ່ນຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍຕາມ, ຊຶ່ງສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ, ໃນນັ້ນ ອຸບັດເຫດສ່ວນໃຫຍ່ແມ່ນເກີດຂຶ້ນ ນັບແຕ່ເວລາ 17:00-24:00 ໃນກຸ່ມອາຊີບກໍາມະກອນ ແລະ ກຸ່ມນັກຮຽນນັກສຶກສາ.

ຂໍ້ມູນ: ກົມ​ຕຳ­ຫຼວດ​ຈາລະຈອນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...