spot_img
Homeຂ່າວພາຍ​ໃນລາວ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດ

ລາວ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດ

Published on

ໃນວັນທີ 11 ມິຖຸນາທີ່ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ທີ່ ສະຫະພັນ ຣັດເຊຍ.

อาจเป็นรูปภาพของ 11 คน และ ข้อความ

ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ລະດັບລັດຖະມົນຕີ ກ່ຽວກັບ ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ , ໂດຍສະເພາະການເພິ່ມທະວີການຮ່ວມມື, ເພື່ອການພັດທະນາແບບຍືນຍົງ ແລະ ຮັກສາຄວາມໝັ້ນຄົງຂອງໂລກ ລະຫວ່າງ ບັນດາປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ຈາກພາກພື້ນເຂດໂລກໃຕ້ ແລະ ຕາເວັນອອກ ຈາກ 22 ປະເທດ ຄື: ສ ຣັດເຊຍ, ອາຟຣິກາໃຕ້, ສະຫະນະຄອນ ອາຣັບ ເອມີຣັດ, ບຣາຊິນ, ສປ ຈີນ, ເອຢິບ, ເອທິໂອປີ, ອິນເດຍ, ອີຣານ, ຊາອຸດິດ ອາຣັບບີ, ອານເຊລີ, ບຣາເຣນ, ບັງກຣາເທດ, ເບລາຣຸດຊີ, ກູບາ, ກາຊັກສະຖານ, ສປປ ລາວ, ໂມຣິຕານີ, ນີເຊຣີ, ສີລັງກາ, ໄທ, ຕວັກກີ, ເວເນຊູເອລາ ແລະ ສສ ຫວຽດນາມ.

อาจเป็นรูปภาพของ 1 คน, ฝูงชน และ ข้อความ

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ກ່າວມີຄຳເຫັນຮ່ວມກັບບັນດາປະເທດ ສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ທີ່ເຂົ້າຮ່ວມ ຊຶ່ງໄດ້ຍົກໃຫ້ເຫັນປັດຈຸບັນປະຊາຄົມໂລກ ກຳລັງປະເຊີນໜ້າກັບບັນດາສິ່ງທ້າທາຍ ທັງໃນດ້ານການເມືອງ ແລະ ເສດຖະກິດ ທີ່ບໍ່ສາມາດຄາດຄະເນໄດ້ ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ປະຊາຄົມໂລກ ເຊິ່ງ ສປປ ລາວ ເຫັນວ່າ ຄວາມສາມັກຄີ, ການສະໜັບສະໜູນເຊິ່ງກັນແລະ ກັນ, ບົນຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມພະຍາຍາມຮ່ວມກັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫຼາຍຝ່າຍ ແມ່ນມີຄວາມສຳຄັນທີ່ຈຳເປັນ ແລະ ຂາດບໍ່ໄດ້. ສຳລັບປະເທດກຳລັງພັດທະນາ, ທັງນີ້ ກໍເພື່ອເປັນການສືບຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ນຳເອົາຄວາມສົມບູນພູນສຸກມາສູ່ພາກພື້ນ ແລະ ທົ່ວໂລກ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...