spot_img
Homeຂ່າວພາຍ​ໃນສສຊ ສະເໜີລັດ ແກ້ໄຂບັນຫາການສໍ້ລາດບັງຫຼວງ

ສສຊ ສະເໜີລັດ ແກ້ໄຂບັນຫາການສໍ້ລາດບັງຫຼວງ

Published on

ວັນທີ 11 ມິຖຸນາ ທີ່ຜ່ານມາ, ທ່ານ ອຸດົມ ວົງໄກສອນ, ສສຊ ຈາກເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ຈາກການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງເຫັນວ່າ ໄລຍະຜ່ານມາຍັງປາກົດເຫັນການລະເມີດລະບຽບກົດໝາຍ, ມີການສວຍໂອກາດໃຊ້ໜ້າທີ່ຕໍາແໜ່ງຫາຜົນປະໂຫຍດສ່ວນຕົວ ແຕ່ການແກ້ໄຂຍັງບໍ່ທັນເດັດຂາດ, ເຮັດໃຫ້ເກີດການສໍ້ລາດບັງຫຼວງໃນຫຼາຍລະດັບ, ສ້າງຄວາມເສຍຫາຍຫຼາຍພັນຕື້ກີບຕໍ່ປີ, ທັງສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດຂອງປະເທດ ກໍຄື ການດໍາລົງຊີວິດຂອງພະນັກງານ, ທະຫານຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ.

อาจเป็นรูปภาพของ ‎2 คน และ ‎ข้อความพูดว่า "‎ل‎"‎‎

ຕໍ່ບັນຫາດັ່ງກ່າວ, ສະເໜີໃຫ້ລັດຖະບານຈິງຈັງ ແລະ ຈິງໃຈແກ້ໄຂບັນຫາເຄັ່ງຮ້ອນນີ້ຕາມກົດໝາຍ ແລະ ນິຕິກໍາກ່ຽວຂ້ອງທີ່ໄດ້ວາງອອກຢ່າງເຂັ້ມງວດທີ່ສຸດ, ແຕ່ລະກະຊວງ ແລະ ທ້ອງຖິ່ນຕ້ອງນໍາໄປຜັນຂະຫຍາຍເປັນມາດຕະ ການສະເພາະຂອງຕົນ ໂດຍການກໍານົດຊັດເຈນວ່າຈະແກ້ຮອດມື້ໃດໃນແຕ່ລະໄລຍະ, ເຫດເກີດຢູ່ບ່ອນໃດ ບ່ອນນັ້ນຕ້ອງເປັນເຈົ້າການແກ້ໄຂ. ຖ້າຫາກບໍ່ຈິງຈັງແກ້ໄຂ ແລະ ແກ້ໄຂບັນຫາການສໍ້ລາດບັງຫຼວງ ລາວເຮົາກໍຈະຍັງຢູ່ຫ່າງໄກກັບຄໍາວ່າພັດທະນາ ໂດຍເບິ່ງບົດຮຽນຈາກປະເທດເພື່ອນມິດໃກ້ຄຽງທີ່ພັດທະນາຍ້ອນເຂົາເຈົ້າເອົາຈິງເອົາຈັງແທ້ໆ ຕໍ່ການແກ້ໄຂການສໍ້ລາດບັງຫຼວງ.

ຂ່າວ: FM90

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...