spot_img
Homeຂ່າວຕ່າງປະເທດສະຫຼົດ! ໄຟໄໝ້ຕະຫຼາດຈະຕຸຈັກປະເທດໄທ ພົບຊາກສັດລ້ຽງຕາຍຫຼາຍກວ່າ 1000 ໂຕ

ສະຫຼົດ! ໄຟໄໝ້ຕະຫຼາດຈະຕຸຈັກປະເທດໄທ ພົບຊາກສັດລ້ຽງຕາຍຫຼາຍກວ່າ 1000 ໂຕ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 11 ມິຖຸນາ 2024 ເວລາປະມານ 04.30 ໂມງເຊົ້າໄດ້ເກີດເຫດໄຟໄໝ້ບໍລິເວນຕະຫຼາດຈະຕຸຈັກ ເສັ້ນທາງກຳແພງເພັດ ກຸງເທບມະຫານະຄອນ ປະເທດໄທ ເຮັດໃຫ້ຮ້ານຂາຍສັດລ້ຽງ-ປາສວຍງາມ ໄດ້ຮັບຄວາມເສຍຫາຍຫຼາຍກວ່າ 118 ຮ້ານ ແລະ ພົບຊາກສັດຕາຍຫຼາຍກວ່າ 1000 ໂຕ.

ຈາກການສອບຖາມເບື້ອງຕົ້ນ 1 ໃນເຈົ້າຂອງຮ້ານທີ່ໄດ້ຮັບຄວາມເສຍຫາຍໄດ້ລະບຸວ່າ: ພະນັກງານ ຫຼື ເຈົ້າຂອງຮ້ານໄດ້ໂດດໜີຕາຍກັນຈາກຊັ້ນເທິງຫຼັງຈາກເຫັນຄວັນ ພ້ອມເປີດເຜີຍວ່າ: ເຫດການໄຟໄໝ້ໄດ້ເກີດຂຶ້ນທີ່ຮ້ານຂາຍນົກ (ເກົ່າ) ກ່ອນມາປ່ຍນເປັນຮ້ານຂາຍໝາພັນນ້ອຍເຊັ່ນ: ພຸດເດີ້ນ, ຊິສຸ ໂດຍເຈົ້າຂອງຮ້ານຂາຍກັນເອງບໍ່ມີລູກຈ້າງ ເຊິ່ງຕອນກາງຄືນຈະຕ້ອງໄດ້ເປີດພັດລົມໃຫ້ໝາທັງຄືນ ຄາດວ່າເກີດໄຟຟ້າຫັດວົງຈອນ ເຮັດໃຫ້ເກີດເຫດດັ່ງກ່າວ.

ສຳລັບສັດລ້ຽງພາຍໃນຮ້ານທີ່ໄດ້ຮັບຄວາມເສຍຫາຍປະກອບມີ: ປາສວຍງາມ, ແມວ, ໝາ, ສັດແປກເຊັ່ນ: ຫົງ, ນົກ, ລິງ ເຊິ່ງນຳເຂົ້າຈາກຕ່າງປະເທດ ເຊິ່ງມີລາຄາຫຼັກໝື່ນບາດ ຈົນເຖິງ ຫຼັກແສນບາດ ມູນຄ່າລວມຫຼາຍລ້ານບາດແຕ່ເຫດການດັ່ງກ່າວໂຊກດີທີ່ບໍ່ມີໃຜໄດ້ຮັບບາດເຈັບ.

ເບື້ອງຕົ້ນທາງເຈົ້າໜ້າທີ່ສຳນັກງານຈະຕຸຈັກ ໄດ້ລົງກວດສອບພື້ນທີ່ ແລະ ໃຫ້ແຕ່ລະຮ້ານລົງທະບຽນ ແລະ ລວມມູນຄ່າຄວາມເສຍຫາຍຂອງແຕ່ລະຮ້ານ ພ້ອມທັງລໍຖ້າເຈົ້າໜ້າທີ່ພິສູດຫຼັກຖານເຂົ້າມາກວດສອບສາເຫດທີ່ແທ້ຈິງຕໍ່ໄປ.

ແຫຼ່ງຂ່າວ: ຂ່າວສົດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...