spot_img
Homeຂ່າວຕ່າງປະເທດຍົນຮອງປະທານາທິບໍດີມາລາວີ ຫາຍສາບສູນ

ຍົນຮອງປະທານາທິບໍດີມາລາວີ ຫາຍສາບສູນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ເມື່ອວັນທີ 10 ມິຖຸນາທີ່ຜ່ານມາ, ສຳນັກງານປະທານາທິບໍດິປະເທດມາລາວີ ອອກຖະແຫຼງການວ່າ ເຮືອບິນຂອງຮອງປະທານາທິບໍດີ ເຊົາລອສ ຊິລີມາ, ທີ່ເດີນທາງພ້ອມດ້ວຍຄະນະຈຳນວນ 9 ຊີວິດ ໄດ້ຂາດການຕິດຕໍ່ຈາກຈໍເຣດາ, ຫຼັງຈາກບິນອອກຈາກນະຄອນຫຼວງລິລອງເວ ໃນຕອນເຊົ້າຂອງມື້ດຽວກັນ.

ທ່ານປະທານາທິບໍດີ ໄດ້ອອກຄຳສັ່ງໃຫ້ມີການຄົ້ນຫາ ແລະ ກູ້ໄພທັນທີ, ຫຼັງໄດ້ຮັບແຈ້ງຈາກເຈົ້າໜ້າທີ່ວ່າເຮືອບິນລຳດັ່ງກ່າວຂາດການຕິດຕໍ່.ໃນຂະນະນີ້, ຍັງບໍ່ທັນຮູ້ສາເຫດທີ່ຊັດເຈນວ່າ ເຮືອບິນລຳດັ່ງກ່າວຂາດການຕິດຕໍ່ໄປແມ່ນເກີດຂື້ນຈາກສາເຫດໃດ, ແຕ່ເຖິງຢ່າງໃດກໍຕາມເຈົ້າໜ້າທີ່ກໍດຳເນິນການຄົ້ນຫາຢ່າງຮີບດ່ວນ.

ຂ່າວ: BBC

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...