spot_img
Homeຂ່າວພາຍ​ໃນ6 ເດືອນຕົ້ນປີ 2024 ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວ 4,7%

6 ເດືອນຕົ້ນປີ 2024 ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວ 4,7%

Published on

ໃນຕອນເຊົ້າວັນທີ 10 ມິຖຸນາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.

ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາເປັນຕົ້ນ: ວຽກງານຂົງເຂດເສດຖະກິດ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍ ແລະ ມາດຕະການຕ່າງໆທາງດ້ານເສດຖະກິດ ໂດຍສະເພາະໄດ້ສຸມໃສ່ປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ. ຜ່ານການປະຕິບັດຕົວຈິງ ໄດ້ມີຜົນສຳເລັດ ແລະ ໝາກຜົນຕົວຈິງຈຳນວນໜຶ່ງ ເປັນຕົ້ນ ໃນໄລຍະ 6 ເດືອນຕົ້ນປີ 2024 ເສດຖະກິດຂອງ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນ ສາມາດບັນລຸໄດ້ ໃນລະດັບ 4,7%, ຄາດຄະເນໝົດປີ ຈະສາມາດບັນລຸໄດ້ຕາມມະຕິສະພາກໍານົດ (ມະຕິສະພາ ໝົດປີໃຫ້ບັນລຸ 4,5%). GDP ຄາດຄະເນ 6 ເດືອນຕົ້ນປີ 2024 ຈະບັນລຸ 148.043 ຕື້ກີບ ຫລື ເທົ່າກັບ 50,4% ຂອງແຜນການ (ມະຕິສະພາ 293.786 ຕື້ກີບ).

ສ່ວນການຮັກສາສະຖຽນລະພາບດ້ານເງິນຕາ ໄດ້ສືບຕໍ່ກຳນົດ ແລະ ການບັງຄັບໃຊ້ມາດຕະການຕ່າງໆ ເພື່ອຮັກສາສະຖຽນລະ ພາບທາງດ້ານເງິນຕາ, ເຖິງວ່າຢູ່ໃນໃນສະພາບທີ່ມີຄວາມຫຍຸ້ງຍາກ ແລະ ອ່ອນໄຫວໄດ້ງ່າຍ ແຕ່ກໍຍັງສາມາດປະຄັບປະຄອງໄວ້ໄດ້ ໂດຍສະເພາະໄດ້ເພີ່ມທະວີການຄວບຄຸມເງິນເຟີ້ ໂດຍຈັດຕັ້ງປະຕິບັດນະໂຍບາຍເງິນຕາທີ່ຮັດກຸມ, ຄຸ້ມຄອງອັດຕາແລກປ່ຽນບໍ່ໃຫ້ຜັນຜວນແຮງ, ລະດົມເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານ ແລະ ປັບປຸງນິຕິກຳກ່ຽວຂ້ອງ, ພ້ອມທັງ ຊຸກຍູ້ການພັດທະນາເສດຖະກິດ ດ້ວຍການກະຈາຍສິນເຊື່ອ ໃຫ້ແກ່ພາກສ່ວນເສດຖະກິດ.

ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ: ໃນ 5 ເດືອນ ຕົ້ນປີ 2024 ສະເລ່ຍຢູ່ໃນລະດັບ 25,1%, ສະເພາະເດືອນພຶດສະພາ 2024 ຢູ່ໃນລະດັບ 25,8% ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະຢູ່ໃນລະດັບ 25% (ມະຕິສະພາ: ໃຫ້ຢູ່ໃນລະດັບບໍ່ເກີນ 9% ຫລື 1 ຕົວເລກ ໃນທ້າຍປີ 2024).

ຂໍ້ມູນ: LNR

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...