Homeຂ່າວພາຍ​ໃນຫົວໜ້າກອງບັນຊາການທະຫານແຂວງຈຳປາສັກຄົນໃໝ່

ຫົວໜ້າກອງບັນຊາການທະຫານແຂວງຈຳປາສັກຄົນໃໝ່

Published on

ພິທີມອບ-ຮັບໜ້າທີ່ຫົວໜ້າການທະຫານ ແລະ ປະກາດບົ່ງຕົວແຕ່ງຕັ້ງຮັກສາການເລຂາຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາຜ່ານມາ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະ ນະບໍລິຫານງານພັກ ເເຂວງ ເຈົ້າເເຂວງຈໍາປາສັກ, ມີສະຫາຍ ພົນຈັດຕະ ວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງກອງບັນຊາການທະຫານເເຂວງ, ມີຄະນະພັກ-ຄະນະບັນຊາ ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 12 คน, แท่นบรรยาย และ ข้อความ

ໃນນັ້ນ, ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ (ຜູ້ໃໝ່).

ຂ່າວ: ດາວົງ ບຸດຕະວົງ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...