spot_img
Homeຂ່າວພາຍ​ໃນ4 ໂຈນກໍ່ຄະດີປຸ້ນເອົາລົດຈັກ ທີ່ແຂວງສາລະວັນ

4 ໂຈນກໍ່ຄະດີປຸ້ນເອົາລົດຈັກ ທີ່ແຂວງສາລະວັນ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງສາລະວັນ ໄດ້ນຳຕົວໄວລຸ້ນ 4 ຄົນ ທີ່ຮ່ວມກັນປຸ້ນເອົາລົດຈັກ ມາດຳເນີນສອບສວນ, ພາຍຫຼັງທີ່ເຈົ້າໜ້າທີ່ ກັກຕົວພວກກ່ຽວໄດ້ ແລ້ວສົ່ງໂຕພວກກ່ຽວມາດຳເນີນຄະດີຕາມກົດໝາຍ.ຜູ້ຖືກຫາທັງ 4 ຄົນ ຊື່ ທ້າວ ຄຳຈັນ, ອາຍຸ 20 ປີ, ຢູ່ບ້ານນາຂ້ອຍສາວ, ທ້າວ ແອນ້ອຍ, ອາຍຸ 17 ປີ, ທ້າວ ສີສົມພອນ, ອາຍຸ 15 ປີ ທັງ ສອງຄົນນີ້ຢູ່ບ້ານນາໄຊນ້ອຍ ແລະ ທ້າວ ໂຊນິກ, ອາຍຸ 19 ປີ, ຢູ່ບ້ານສະໂປນ ເມືອງສາລະວັນ, ແຂວງສາລະວັນ.

อาจเป็นรูปภาพของ 9 คน, รถจักรยานยนต์ และ ถนน

ຜ່ານການສອບສວນ ຜູ້ຖືກຫາ ທັງ 4 ຄົນ ສາລະພາບວ່າ: ໄດ້ຮ່ວມກັນເຄື່ອນໄຫວປຸ້ນເອົາລົດຈັກ ຢູ່ຕາມເສັ້ນທາງເລກທີ 20, ເລກທີ 15 A,15B ແລະ ເສັ້ນທາງຮ່ອມບໍລິເວນອະນຸສອນສະຖານອົງແກ້ວ-ສວນສາທາລະນະ ແລະ ໄດ້ຮ່ວມກັນປຸ້ນເອົາຈັກຂອງຜູ້ເສຍຫາຍ ເປັນຍິງສາວ 3 ຄົນ ຂັບຂີ່ຊ້ອນກັນມາ, ໂດຍໃຊ້ຮູບການຂັບຂີ່ລົດຈັກແນບຂ້າງລົດຈັກເປົ້າໝາຍ, ຫຼັງຈາກນັ້ນໃຊ້ຕີນຢັນລົດຈັກຄັນດັ່ງກ່າວ ໃຫ້ເສຍຫຼັກລົ້ມລົງຂ້າງທາງ ແລ້ວກໍໃຊ້ມີດ ແລະງ້າວ ລົງໄປນາບຂູ່, ເຮັດໃຫ້ຜູ້ເສຍຫາຍທັງ 3 ຄົນ ແລ່ນລົບໜີ.ຈາກນັ້ນ, ກໍພາກັນເອົາລົດຈັກທີ່ປຸ້ນມາໄປຊຸກເຊື່ອງໄວ້ຢູ່ຖຽງນາ ຢູ່ເຮືອນທ້າວ ປ້ອມ ຢູ່ບ້ານສະໂປນ, ເມືອງສາລະວັນ. ສ່ວນລົດຈັກທີ່ປຸ້ນມາໄດ້ ແມ່ນເອົາໃຫ້ໝູ່ຈ່າວຂາຍ ເມື່ອໄດ້ເງິນມາ ກໍແບ່ງປັນກັນໃຊ້ຈ່າຍຫຼິ້ນກີນຟຸມເຟືອຍຈົນໝົດ.

อาจเป็นรูปภาพของ 4 คน, สกูตเตอร์ และ รถจักรยานยนต์

ປັດຈຸບັນ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງສາລະວັນ ຈະໄດ້ສອບສວນຂະຫຍາຍຜົນໃຫ້ລະອຽດ ເພື່ອຕິດຕາມເກັບກູ້ລົດຈັກທີ່ພວກກ່ຽວປຸ້ນໄປຂາຍ ມາມອບຄືນໃຫ້ເຈົ້າຂອງເດີມ ແລະ ຈະໄດ້ສະຫຼຸບສຳນວນຄະດີສົ່ງໃຫ້ອົງການໄອຍະການສັ່ງຟ້ອງສານຕັດສິນລົງໂທດຕາມກົດໝາຍ.

ຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...