spot_img
Homeຂ່າວພາຍ​ໃນປະກາດລາຍຊື່ 29 ນັກກິລາບານເຕະ ຄັດເລືອກ ທີມຊາດລາວ U16 ເກັບຕົວຝຶກຊ້ອມ

ປະກາດລາຍຊື່ 29 ນັກກິລາບານເຕະ ຄັດເລືອກ ທີມຊາດລາວ U16 ເກັບຕົວຝຶກຊ້ອມ

Published on

ຜ່ານການເກັບຕົວຝຶກຊ້ອມຢ່າງຂຸ້ນຂ້ຽວຕັ້ງແຕ່ວັນທີ 01 ພຶດສະພາ 2024 ເປັນຕົ້ນມາ ໂດຍແມ່ນທ່ານ ກັນລະຍາ ສີສົມຫວັງ ເປັນຫົວໜ້າຄູຝຶກໄດ້ຮຽກຕົວນັກກິລາເຍົາວະຊົນໃນເບື້ອງຕົ້ນຈຳນວນ 39 ຄົນເຂົ້າສູນຝຶກຊ້ອມ. ມາຮອດວັນທີ 27 ພຶດສະພາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ປະກາດລາຍຊື່ 29 ນັກກິລາບານເຕະ ຄັດເລືອກ ທີມຊາດລາວຮຸ່ນອາຍຸບໍ່ເກີນ16ປີ ຫຼື U16 ຈຳນວນ 29 ຄົນ ແລະ ຈະ​ຄັ​ດ​ເລ​ືອກ​ໃຫ້​ເຫລ​ືອ 23 ຄົນ​ສຸດ​ທ້າຍ ກ່ອນເຂົ້າຮ່ວມແຂ່ງຂັນບານເຕະຊິງແຊ້ມອາຊຽນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 16 ປີ ມີ​ລາຍ​ຊື່ດັ່ງນີ້:

ຜູ້ຮັກສາປະຕູ: ແສງອາທິດ ອະໄພຍະລາດ ສະໂມສອນ ຊ້າງນ້ອຍ, ໄຊສົມພົງ ທິບພະວົງ ແຂວງ ບໍລິຄໍາໄຊ, ທິດສາຄອນ ສຳລີວົງຫວັດ ສະໂມສອນ ຈຳປາສັກ.

ກອງຫຼັງ: ກົ້ງເມັ່ງ ຢ່າງຫວາເຢີ ສະໂມສອນ ເອສະຣາ, ທັນຍະວຸດ ໄຊຈະເລີນ ສະໂມສອນ ເອສະຣາ, ບຸນທະສັກ ຈັນດາລາ ໂຮງຮຽນ ມສ ເຄເອັນຊີ, ພີສີດ ອໍ້ຮ ໂຮງຮຽນ ປັນຍາທິບ, ສາຍສະໝອນ ແກ້ວມະນີວົງ ສະໂມສອນ ມາສະດາ ຈີບີ, ທັດສະພອນ ຄໍາພານິດ ແຂວງ ຈຳປາສັກ.

ກອງກາງ: ບິນລີ້ ໂດນສະຫນູພິດ ສະໂມສອນ ເອສະຣາ, ພົມມະສອນ ນີລະວົງ ສະໂມສອນ ມາສເຕີ້ ເຊເວັ້ນ, ຄຳເພັດ ຜິວແສງທອງ ໂຮງຮຽນ ມສ ເຄເອັນຊີ, ປີ່ຢ້າ ໂຄດຕະກຸນ ໂຮງຮຽນ ມສ ເຄເອັນຊີ, ປະລິນເດດ ເພັດຕະກູນ ສະໂມສອນ ຄຳໃສ, ຊັບທະວີ ພົມມີໄຊ ສະໂມສອນ ຈັນທະບູລີ, ໄຊຍະວັດ ວັນສະຫວັດ ສະໂມສອນ ຈຳປາສັກ, ໄຊຍະສິດ ຈີດປະສົງ ສະໂມສອນ ຈຳປາສັກ, ກາດຳ ກອນເຍີ້ ສະໂມສອນ ຊ້າງນ້ອຍ, ບຸນປະເສີດ ແສງສະຫວ່າງ ແຂວງ ສະຫວັນນະເຂດ, ຊາຍຄິດ ໂຄດໂຍທາ ແຂວງ ອັດຕະປື, ກິ ມູນກັນຍາ ແຂວງ ຫຼວງພະບາງ, ວົງເດືອນ ສຸລິບັນ ແຂວງ ຫຼວງພະບາງ, ສູນທະວີ ແສງດາລາ ສະໂມສອນ ຫຼວງນໍ້າທາ, ພຸດທະສັກ ສີຫາໂຄດ ສະໂມສອນ ບໍ່ແກ້ວ.

ກອງໜ້າ:ພະຍັກ ສີພະນົນ ໂຮງ​ຮຽນ​ອົງ​ການ​ບໍ​​ລິ​ຫານ​ສ່ວນ ແຂວງ​ໄຊ​ນາດ ( ປະ​ເທດ​ໄທ ), ຊີການດາ ໄຊສົງຄາມ ສະໂມສອນ ຈຳປາສັກ, ພຸດພະໄຕ ຈັນທະລັງສີ ໂຮງຮຽນ ມສ ພົງສະຫວັນ, ດາວພະຫັດ ກໍ່າກາຊົມພູ ສະໂມສອນ ເຄເອັມທີ, ທະນາກອນ ຈັນທະວົງ ສະໂມສອນ ວຽງຈັນ ເອັຟທີ.

ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ AFF ASEAN Boy’ Championship 2024 ໃນລະຫວ່າງວັນທີ 21 ມີຖຸນາ ຫາ 4 ກໍລະກົດ 2024 ທີ່ ປະເທດ ອິນໂດເນເຊຍ ໂດຍຈະມີການຈັບຫລາກການແຂ່ງຂັນໃນວັນທີ 30 ພຶດສະພາ 2024.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...