spot_img
Homeນານາສາລະຂົນນົກທີ່ສູນພັນຂອງນິວຊີແລນ ທຳລາຍສະຖິຕິລາຄາທີ່ແພງທີ່ສຸດໃນໂລກ

ຂົນນົກທີ່ສູນພັນຂອງນິວຊີແລນ ທຳລາຍສະຖິຕິລາຄາທີ່ແພງທີ່ສຸດໃນໂລກ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 22 ພຶດສະພາ 2024 ຜ່ານມາ, ຂົນນົກ huia ທີ່ສູນພັນແລ້ວຂອງປະເທດນິວຊີແລນ ທຳລາຍສະຖິຕິລາຄາທີ່ແພງທີ່ສຸດໃນໂລກ ເຊິ່ງພົບສະເພາະໃນນິວຊີແລນທີ່ສູນພັນໄປແລ້ວ ຈາກການປະມູນຂາຍໄປໄດ້ໃນລາຄາສູງເຖິງ 28,417 ໂດລາ ຫຼື ປະມານ 625 ລ້ານກີບ, ເຊິ່ງຖືວ່າເປັນການທຳລາຍສະຖິຕິກ່ອນໜ້ານີ້ 450% ຂອງນົກສາຍພັນດຽວກັນທີ່ເຄີຍເຮັດໄດ້.

ຂໍ້ມູນຈາກພິພິຕະພັນນິວຊີແລນໄດ້ລະບຸວ່າ:​ ນົກ huia ເປັນສິ່ງສັກສິດສຳລັບຊາວເມົາຮີ ໂດຍຫົວໜ້າເຜົ່າ ແລະ ຄອບຄົວຈະສວມໃສຂົນນົກດັ່ງກ່າວຕາມທຳນຽມ ຢ່າງໃດກໍຕາມເຖິງແມ່ນວ່າຈະພົບເຫັນນົກຊະນິດນີ້ຄັ້ງສຸດທ້າຍໃນປີ 1907 ແຕ່ກໍມີລາຍງາຍການພົບເຫັນທີ່ບໍ່ໄດ້ຮັບການຢືນຢັນອີກຫຼາຍທົດສະວັດຫຼັງຈາກນັ້ນ.

ຂົນນົກນີ້ໄດ້ຮັບການຂຶ້ນທະບຽນເປັນ Taonga tuturu ພາຍໃຕ້ລະບົບປົກປ້ອງສົມບັດທາງວັດທະນະທຳຂອງຊາວເມົາຮີ ການຂາຍຂົນນົກຈຶ່ງຈຳກັດໄວ້ສຳລັບນັກສະສົມທີ່ມີໃບອະນຸຍາດພາຍໃຕ້ລະບົບນີ້ເທົ່ານັ້ນ ແລະ ບໍ່ສາມາດນຳອອກຈາກປະເທດນິວຊີແລນໄດ້ຖ້າຫາກບໍ່ໄດ້ຮັບອະນຸຍາດຈາກກະຊວງ ວັດທະນະທຳ ແລະ ມໍລະດົກ ນອກຈາກນີ້ຄວາມສົນໃຈໃນຂົນນົກທີ່ມີສູງຫຼາຍຂອງຊາວນິວຊີແລນ ໄດ້ເຮັດໃຫ້ລາຄາກໍສູງຂຶ້ນໄປດ້ວຍ.

ທີ່ມາ: ມະຕິຊົນອອນລາຍ

ບົດຄວາມຫຼ້າສຸດ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025. ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025...

ຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

ຍທຂ ຊີ້ແຈງ ເສັ້ນທາງເປ່ເພ ຍ້ອນກໍ່ສ້າງມາດົນ ນຳໃຊ້ມາດົນ ງົບປະມານທີ່ນຳໃຊ້ໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ...