spot_img
Homeຂ່າວອຸບັດຕິເຫດອຸທາຫອນ! ສອງພໍ່ລູກຂັບລົດຈັກຕອນກາງຄືນ ໂຊກຮ້າຍຖືກສາຍໄຟເກາະຄໍ ໄດ້ຮັບບາດເຈັບ

ອຸທາຫອນ! ສອງພໍ່ລູກຂັບລົດຈັກຕອນກາງຄືນ ໂຊກຮ້າຍຖືກສາຍໄຟເກາະຄໍ ໄດ້ຮັບບາດເຈັບ

Published on

ອີງຕາມການແບ່ງປັນຈາກຜູ້ໃຊ້ບັນຊີເຟສບຸກຊື່ວ່າ: ToYui Thammavong ໄດ້ໂພສລາຍງານໃນເວລາ 9:00 ໂມງຂອງວັນທີ 21 ພຶດສະພາ 2024 ກ່ຽວກັບອຸບັດຕິເຫດທີ່ຕົນເອງ ແລະ ລູກສາວພົບ ພ້ອມຂໍ້ຄວາມລະບຸວ່າ: ເປັນຈັ່ງບຸນດີແຕ່ຄໍບໍ່ຂາດ ເຕືອນໃຜສຳລັບຄົນໃດທີ່ຂີ່ລົດຈັກຍາມກາງຄືນໃຫ້ລະມັດລະວັງນຳກັນໂດຍສະເພາະຊ່ວງນີ້ ບໍ່ຮູ້ວ່າສາຍໄຟ ຫຼື ສາຍເຄເບີ້ນຂາດຕົກມາໃສ່ຢູ່ແຄມທາງຂ້ອຍ ແລະ ລູກສາວອອກມາຈາກຮ່ອມທາງ 3 ແຍກບ້ານວຽງສະຫວັນ ຊ່ວງ 7-8 ໂມງແລງກຳລັງສະລໍເບິ່ງລົດບໍ່ຮູ້ວ່າສາຍໄຟມາແຕ່ໃສຮັດຄໍບັງເອີນລູກສາວເຫັນລະຫລົບທັນໂຕເອງບໍ່ທັນໄດ້ຫລົບດີແຕ່ຍັງບໍ່ທັນເລັ່ງອອກໄປທາງກະມືດແນ່ຄິດສະພາບຖ້າລູກສາວບໍ່ເຫັນລົບບໍ່ທັນລະຂ້ອຍບໍ່ເຫັນລະເລັ່ງລົດອອກໄປຄິດພາບບໍ່ອອກເລີຍຄໍລູກສິເປັນແນວໃດ? ສາຍໄຟພັດມີແຕ່ເສັ້ນລວດຍາວເກືອບ 2 ເເມັດຢາງດຳຫຸ້ມ ແລະ ອີກຢ່າງຖ້າສາຍໄຟນັ້ນມີໄຟຂ້ອຍກັບລູກສາວຄືສິຖືກຊ໋ອດໄປນຳສາຍໄຟ

ຝາກເຕືອນເປັນອຸທາຫອນໃຫ້ທຸກຄົນຂັບຂີ່ດ້ວຍຄວາມລະມັດລະວັງ ແລະ ຝາກເຖິງໜ່ວຍງານທີ່ກ່ຽວຂ້ອງລົງກວດສອບ ແລະ ແກ້ໄຂເພາະອຸບັດຕິເຫດໃນລັກສະນະແບບນີ້ເກີດຂຶ້ນຫຼາຍເຮັດໃຫ້ປະຊາຊົນໄດ້ຮັບບາດເຈັບ ຫຼື ໂຊກຮ້າຍກໍເຖິງຂັ້ນເສຍຊີວິດກໍເປັນໄດ້.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...