Homeຂ່າວຕ່າງປະເທດຜູ້ໂດຍສານ 468 ລອດຕາຍ ຫຼັງສາຍການບິນອິນໂດເນເຊຍເກີດໄຟໄໝ້

ຜູ້ໂດຍສານ 468 ລອດຕາຍ ຫຼັງສາຍການບິນອິນໂດເນເຊຍເກີດໄຟໄໝ້

Published on

ອີງຕາມສຳນັກຂ່າວ ເອເອັບພີ ລາຍງານເຫດການລະທຶກທາງການບິນໃນປະເທດ ອິນໂດເນເຊຍ ໃນວັນທີ 15 ພຶດສະພາ 2024 ຜ່ານມາ, ຫຼັງຈາກຈາກເຮືອບິນໂບອິ້ງ 747-400 ຖ້ຽວບິນ 1105 ຂອງສາຍການບິນກາຣູດາ ອິນໂດເນເຊຍ ສາຍການບິນປະຈຳຊາດ ເຊິ່ງຢູ່ໃນລະຫວ່າງການຂົນສົ່ງຜູ້ໂດຍສານພ້ອມນັກບິນລວມ 468 ຄົນເດີນທາງຈາກສະໜາມບິນສາກົນ ສຸນລະຕານ ຣາຊານຸດດິນໃນ ເມືອງມາກັສຊາ ໄປຫາ ເມືອງດີນາ ປະເທດຊາອຸດີອາຣັບບີ.

ແຕ່ເຫດການທີ່ບໍ່ຄາດຄິດກໍເກີດຂຶ້ນເມື່ອເຄື່ອງຈັກຂອງເຮືອບິນເກີດໄຟໄໝ້ ສົ່ງຜົນໃຫ້ນັກບິນຕ້ອງບິນກັບມາລົງຈອດສຸກເສີນທີ່ສະໜາມບິນຕົ້ນທາງ ແລະ ໂຊກດີທີ່ບໍ່ມີໃຜໄດ້ຮັບບາດເຈັບຈາກເຫດການໃນຄັ້ງນີ້.

ທາງດ້ານປະທານ ແລະ ຜູ້ອຳນວຍການສາຍການບິນກາຣູດາ ອິນໂດເນເຊຍ ລະບຸໃນຖະແຫຼງການວ່າ: ນັກບິນຕັດສິນໃຈທັນທີຫຼັງຈາກເຄື່ອງບິນໆຂຶ້ນ ໂດຍໄດ້ຄຳນຶງເຖິງບັນຫາເຄື່ອງຈັກທີ່ຕ້ອງໄດ້ຮັບການກວດສອບເພີ່ມເຕີມພາຍຫຼັງສັງເກດເຫັນປະກາຍໄຟທີ່ເຄື່ອງຈັກຢູ່ບໍລິເວນດ້ານຂວາຂອງເຮືອບິນ.

ສາຍການບິນພາຜູ້ໂດຍສານທັງໝົດລົງຈາກເຮືອບິນທີ່ມີບັນຫາໄດ້ຢ່າງປອດໄພກ່ອນຈະຂຶ້ນຖ້ຽວບິນທົດແທນທີ່ຈັດໃຫ້ເພື່ອເດີນທາງໄປປະເທດຊາອຸດີອາຣັບບີ ໃນມື້ດຽວກັນ ສ່ວນເຮືອບິນລຳດັ່ງກ່າວຖືກລະງັບການໃຊ້ງານເພື່ອດຳເນີນການກວດສອບດ້ານຄວາມປອດໄພ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...