Homeຂ່າວພາຍ​ໃນເດັກນ້ອຍລາວສາມາດຄວ້າ 4 ຫຼຽນ

ເດັກນ້ອຍລາວສາມາດຄວ້າ 4 ຫຼຽນ

Published on

ເມື່ອບໍ່ດົນມານີ້, ເດັກນ້ອຍລາວ 4 ນ້ອງ ເຂົ້າຮ່ວມການແຂ່ງຂັນ ຄະນິດສາດ ລະດັບອາຊີ 2024 ໃນງານ 19th Singapore and Asian Schools Math Olympiad (SASMO) 2024 ຈັດຂຶ້ນຢູ່ປະເທດ ສິງກະໂປ ແລະ ນ້ອງໆກໍສາມາດຄວ້າ 4 ຫຼຽນມາໄດ້, ຈາກນັກຮຽນທັງໝົດ 57,060 ຄົນ ມາຈາກ 38 ປະເທດ. ເຊີ່ງລາຍຊື່ຜູ້ທີ່ສາມາດຄວ້າຫຼຽນໄດ້ມີຄື:

1) ທ້າວ Xu Xinliang – Grade 5 – (ຫຼຽນທອງ) ມາຈາກໂຮງຮຽນ International School of Laos-Nongbone Campus.

2) ທ້າວ Li Ensai – Grade 6 – (ຫຼຽນທອງ) ມາຈາກໂຮງຮຽນ Kiettisack International School – KIS Vientiane.

3) ນາງ Katty Soutsalyvong – Grade 7 – (ຫຼຽນເງິນ) ມາຈາກໂຮງຮຽນ Kiettisack International School – KIS Vientiane.

4) ນາງ Romina Phoutharaksa Douangmala – Grade 9 – (ຫຼຽນເງິນ) ມາຈາກໂຮງຮຽນ Panyathip International School

อาจเป็นรูปภาพของ ‎4 คน และ ‎ข้อความพูดว่า "‎SIMOC SASMO 2024 Laos Awardees CELEBRTATING EXCELLENCE IN SIMCC LAOS SASMO Snypon&AinStak Seyous&AinSiaoh MATHS! Xu Xinliang Li Ensai BRONZE Grade5 5 BRONZE Grade 6 International School Of Laos Katty Soutsalyvong SILVER Grade 7 Romina Phoutharaksa Douangmala Kiettisack International School Kiettisack International School SILVER Grade Panyathip British International School 2024 3กส SSMO מרד y-chx SASMO 2024 4・.ーチ0xz)‎"‎‎

ພໍ່ແມ່ພີ່ນ້ອງ ສາມາດເປັນກຳລັງໃຈໃຫ້ນ້ອງໆ 4 ທັງຄົນ, ເພື່ອເປັນຕົວແທນປະເທດລາວ ໃນການແຂ່ງຂັນອີກຄັ້ງໃນໄວໆນີ້ໃນງານ 10th Singapore International Math Olympiad Challenge (SIMOC) ຈະຈັດຂຶ້ນ ໃນລະຫວ່າງ 20-23 ກໍລະກົດ 2024 ທີ່ປະເທດ ສິງກະໂປ.

ຂ່າວ: SIMCC LAOS

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...