spot_img
Homeຂ່າວພາຍ​ໃນຕິດແຜ່ນກາໝາຍໃຫ້ແກ່ລົດບໍລິຫານລັດ

ຕິດແຜ່ນກາໝາຍໃຫ້ແກ່ລົດບໍລິຫານລັດ

Published on

ແຫຼ່ງຂ່າວຈາກ ແຂວງໄຊຍະບູລີໃຫ້ຮູ້ວ່າ: ເມືອງເງິນ ແຂວງ ໄຊຍະບູລີ ໄດ້ຈັດພິທີ ປະກາດການຈັດຕັ້ງຫ້ອງການການເງິນເມືອງ ແລະ ຕິດແຜ່ນກາໝາຍ (QR code) ໃສ່ລົດບໍລິຫານລັດ ໃນວັນທີ 7 ພຶດສະພາທີ່ຜ່ານມາ, ໂດຍການເຂົ້າຮ່ວມຂອງທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງໆເງິນ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງຂະແໜງການເງິນເມືອງ ແລະ ທີມງານຂອງພະແນກການເງິນ ເຂົ້າຮ່ວມ.

อาจเป็นรูปภาพของ 9 คน และ ข้อความ

ການຈັດຕັ້ງການມອບແຜນກາໝາຍນໍາໃຊ້ QR code ໃສ່ລົດຂອງລັດ ໃຫ້ເມືອງ ລະຫວ່າງພະແນກການເງິນແຂວງ ແລະ ອົງການປົກຄອງເມືອງເງິນ ໂດຍການຕິດແຜນການໝາຍນໍາໃຊ້ QR code ໃສ່ລົດຂອງລັດແຕ່ລະຄັນ ໃຫ້ບັນດາຂະແໜງການອ້ອມຂ້າງເມືອງຕາມບັນຊີ ຂອງຄະນະຮັບຜິດຊອບຂັ້ນແຂວງ ແຈ້ງຕິດແຜນການໝາຍນໍາໃຊ້ QR code ໃສ່ລົດຂອງລັດພາຍໃນເມືອງເງິນ ລວມທັງໝົດ ຈຳນວນ 55 ຄັນ, ໃນນັ້ນ ລົດໃຫຍ່ຈຳນວນ 12 ຄັນ ແລະ ລົດຈັກ 43 ຄັນ. ພ້ອມດຽວກັນນີ້, ທາງທີມງານຂອງພະແນກການເງິນແຂວງ ກໍໄດ້ຕິດແຜນກາໝາຍນໍາໃຊ້ QR code ໃສ່ລົດຂອງລັດຕາມບັນຊີໃຫ້ສໍາເລັດຕາມຄາດໝາຍ.

ຂ່າວ: ອິນແປງ ແຫວນຄຳ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...