spot_img
Homeຂ່າວຕ່າງປະເທດເຫດໜຸ່ມຈີນຈົບຊີວິດ ຫຼັງຜິດຫວັງກັບຄວາມຮັກ

ເຫດໜຸ່ມຈີນຈົບຊີວິດ ຫຼັງຜິດຫວັງກັບຄວາມຮັກ

Published on

ເມື່ອບໍ່ດົນມານີ້, ຫຼາຍຄົນກໍຄົງຈະເຫັນຕາມສື່ສັງຄົມອອນລາຍຕ່າງໆກ່ຽວກັບປະເດັນໜຸ່ມຈີນຄົນໜຶ່ງທີ່ຕ້ອງຈົບຊີວິດຂອງຕົນເອງລົງ, ເມື່ອບໍ່ສົມຫວັງກັບຄວາມຮັກ.

ເຊິ່ງເລີ່ມຈາກມີຜູ້ນຳໃຊ້ສື່ອອນລາຍທ່ານໜຶ່ງໄດ້ແປເນື້ອໃນເລື່ອງລາວຄວາມຮັກອັນບໍ່ສົມຫວັງຂອງໜຸ່ມຄົນໜຶ່ງ ຢູ່ປະເທດຈີນຄົນນີ້ໂດຍມີເນື້ອໃນເລົ່າວ່າ: ຜູ້ຊາຍຄົນນີ້ເປັນ ເກມເມີ (ນັກຫຼິ້ນເກມອາຊີບ) ລະດັບຊາດ, ລາວຮັບຈ້າງຫຼິ້ນເກມໃຫ້ຄົນອື່ນ ໂດຍເກັບຄັ້ງລະ20-50 ຢວນ ແລະ ລາວໄດ້ໄປຕົກຫຼຸມຮັກກັບຜູ້ຍິງຄົນໜຶ່ງ ທາງອອນລາຍ ທັງສອງຄົບກັນໄດ້ສອງປີ, ຜູ້ຍິງຄົນນັ້ນບອກກັບລາວວ່າ ຢາກໄດ້ເງິນ 510.000 ຢວນ ເພື່ອໄປເປີດຮ້ານດອກໄມ້, ຜູ້ຊາຍຍ້າຍຈາກຫູນ່ານ ໄປ ຊົງຊິງ, ເຊົ່າຫ້ອງຢູ່ໃກ້ໆກັບຜູ້ຍິງ ເພື່ອຈະໄດ້ຢູ່ໃກ້ຊິດກັນ, ຜູ້ຊາຍຫາເງີນໂດຍການຮັບຈ້າງຫຼິ້ນເກມເດືອນໜຶ່ງໄດ້ປະມານ 1-2 ໝື່ນຢວນ ເງິນທັງໝົດໄດ້ໂອນໃຫ້ແຟນໝົດ, ເຫຼືອປະໄວ້ແຕ່ໜ້ອຍດຽວຄ່າກິນເຂົ້າ ແຕ່ລະຄາບກິນບໍ່ເກີນ 10 ຢວນ, ເພື່ອປະຢັດເງິນໃຫ້ແຟນໄດ້ໃຊ້ ລາວໃຊ້ຊີວິດຢູ່ແບບນັ້ນ 6 ເດືອນໃນຫ້ອງເຊົ່າ, ເຊິ່ງກິນແຕ່ເບີເກີ ລາຄາບໍ່ເກີນ 10 ຢວນເທົ່ານັ້ນ, ລາວຫາເງິນດ້ວຍການຮັບຈ້າງຫຼິ້ນເກມຢ່າງໜັກ ບໍ່ຫຼັບບໍ່ນອນຈົນຮາກອອກເລືອດ, ຫົວໜ້າແນະນຳໃຫ້ໄປໂຮງຫມໍ ລາວບໍ່ຍອມໄປ ຍ້ອນບໍ່ມີເງິນ ເພາະປະຢັດໄວ້ໃຫ້ແຟນໃຊ້ຈ່າຍ, ຜູ້ຍິງຄົນນັ້ນເອົາບັດຂອງຜູ້ຊາຍຄົນນັ້ນໃຫ້ໝູ່ໃຊ້ເງິນນຳ, ເລື່ອງນີ້ຝ່າຍຊາຍໄດ້ຖາມວ່າ: ເປັນຫຍັງຕ້ອງເຮັດແບບນີ້, ຖ້າຜູ້ຍິງໃຊ້ເອງຈະບໍ່ວ່າຫຍັງ ແຕ່ອັນນີ້ໃຫ້ໝູ່ໃຊ້ນຳ ກໍເລີຍມີການຜິດຖຽງກັນ. ຜູ້ຍິງໃຫ້ຄວາມຫວັງ ແລະຕົວະວ່າເດືອນ 5 ນີ້ຈະໝັ້ນກັນ, ຝ່າຍຊາຍເລີຍຕັ້ງໃຈຫາເງິນ ພໍໃກ້ຮອດເດືອນ 5 ທີ່ຈະມານີ້ ຜູ້ຍິງກັບບ່າຍບ່ຽງແລ້ວຫາເລື່ອງເພື່ອຢາກເລີກລາ, ເພາະຜ່ານມາຫຼອກໃຊ້ເງິນຜູ້ຊາຍຄົນນີ້ຊື່ໆ, ຜູ້ຊາຍຄົນນີ້ຮັບບໍ່ໄດ້ເລີຍຕັດສິນໃຈ ໂດດຂົວເພື່ອຈົບຊີວິດຕົວເອງ, ກ່ອນຕາຍຜູ້ຊາຍຄົນນີ້ໄດ້ຊື້ຊໍ່ດອກໄມ້ 760 ດອກໄປໄວ້ໃຫ້ຜູ້ສາວ, ເພື່ອເປັນສັນຍາລັກວ່າ ມື້ນີ້ພວກເຂົາສອງຄົນຮູ້ຈັກກັນຄົບຮອດ 760 ມື້, ຜູ້ຊາຍຄົນນີ້ສົ່ງຂໍ້ຄວາມກ່ອນຕາຍວ່າ: ເຈົ້າກັບຫູ່ນ່ານນຳຂ້ອຍບໍ? ແຕ່ ຜູ້ຍິງນັ້ນ ບໍ່ຕອບ, ກ່ອນຕາຍຜູ້ຊາຍປ່ຽນຮູບໂປຣໄຟລເປັນຂ້ອຍບໍ່ຢາກກິນເບີເກີ 10 ຢວນແລ້ວ ຂ້ອຍຢາກກິນແມັກໂດໂນ (ເພາະຜູ້ຊາຍມັກກິນ ພວກອາຫານ Fastfood ຫຼາຍ) ກ່ອນໂດດຂົວ ລາວໂອນເງິນກ້ອນສຸດທ້າຍທີ່ມີໃຫ້ຜູ້ຍິງຄົນນັ້ນ 66.000 ຢວນ ໂດຍຂຽນວ່າ “ເຕັມໃຈໃຫ້”.

ຈາກເລື່ອງລາວຄວາມຮັກອັນທຸມເທ ຈົນກາຍເປັນເລື່ອງລາວອັນແສນເສົ້າ ແລະ ສະເທືອນໃຈໃນຄັ້ງນີ້ ໄດ້ຖືກເຜີຍແຜ່ລົງໃນສື່ສັງຄົມອອນລາຍ ພາໃຫ້ຫຼາຍໆຄົນໄດ້ຮູ້ຈັກ ແລະ ກ່າວເຖິງຢ່າງເປັນວົງກວ້າງ, ຫຼາຍໆຄົນຕ່າງກໍຮູ້ສຶກສົງສານ ແລະ ເຫັນໃຈຊາຍໜຸ່ມຄົນນີ້ທີ່ຍອມທຸ່ມເທທຸກຢ່າງເພື່ອຄົນຮັກ, ແຕ່ສຸດທ້າຍແລ້ວກັບບໍ່ໄດ້ຄວາມຮັກທີ່ຈິງໃຈຕອບກັບມາເລີຍ, ເຊິ່ງຊາວຈີນຫຼາຍຄົນຕ່າງກໍໄດ້ນຳດອກໄມ້, ອາຫານ ແລະ ເຄື່ອງດື່ມໄປວາງໄວ້ອາໄລຕາມຂົວທີ່ຊາຍຄົນນນັ້ນໂດດລົງນໍ້າເພື່ອຈົບຊີວິດຕົນເອງ, ເພື່ອເປັນການສະແດງເຖິງດວງວິນຍານຂອງລາວຮັບຮູ້ວ່າ ຍັງມີອີກຫຼາຍໆຄົນທີ່ຮັກລາວ ແລະ ຢາກໃຫ້ລາວສານຝັນຕົນເອງໃນການໄດ້ກິນເບີເກີທີ່ລາຄາແພງ ຕາມທີ່ລາວໄດ້ຕັ້ງໃຈໄວ້.

ເຫດການໃນຄັ້ງນີ້, ກໍຍັງເປັນອີກໜຶ່ງບົດຮຽນໃຫ້ແກ່ທຸກຄົນໃນເລື່ອງຊີວິດຮັກ, ການທຸ່ມເທຄວາມຮັກເປັນສິ່ງທີ່ດີ ແຕ່ເມື່ອທຸ່ມເທແລ້ວບ່ໍໄດ້ຮັບຄວາມຮັກຕອບກັບເລີຍ, ກໍຄວນຖອຍອອກມາ ແລະ ກ່ອນທີ່ຈະຄິດສັ້ນເພື່ອຈົບຊີວິດແມ່ນໃຫ້ຄິດເຖິງຄົນທີ່ຮັກເຮົາບໍ່ວ່າຈະເປັນພໍ່ແມ່,ອ້າຍເອື້ອຍນ້ອງ,ໝູ່ເພື່ອນ ຄົນອ້ອມຂ້າງທີ່ຍັງຮັກເຮົາຢູ່ ແລະ ສຳຄັນທີ່ສຸດແມ່ນກັນຫັນມາຮັກຕົນເອງຫຼາຍຂຶ້ນ.

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...