spot_img
Homeຂ່າວຕ່າງປະເທດແມ່ບ້ານໄທສຸດໂຊກດີ! ໄດ້ຮັບມໍລະດົນຈາກເຈົ້ານາຍ 100 ລ້ານບາດ

ແມ່ບ້ານໄທສຸດໂຊກດີ! ໄດ້ຮັບມໍລະດົນຈາກເຈົ້ານາຍ 100 ລ້ານບາດ

Published on

ສຳນັກຂ່າວປະເທດໄທລາຍງານໃນວັນທີ 29 ເມສາ 2024 ຜ່ານມາ, ກ່ຍວກັບເຫດການສະເທືອນຂວັນເມື່ອມີນັກທຸລະກິດຊາວຝຣັ່ງລົງມືຍິງຕົນເອງເສຍຊີວິດ ທີ່ບ້ານພັກແຫ່ງໜຶ່ງ ໃນເກາະສະມຸຍ ແຂວງສຸຣາດທານີ ປະເທດໄທ ກ່ອນຕາຍນັກທຸລະກິດໄດ້ເຮັດພິໄນກຳຍົກຊັບສິນທັງໝົດໃຫ້ແມ່ບ້ານຄົນສະນິດ ຫຼັງຮູ້ວ່າປ່ວຍເປັນມະເຣັງ ເບື້ອງຕົ້ນເຈົ້າໜ້າທີ່ຕຳລວດຄາດວ່າຄາຕະກຳຕົນເອງເນື່ອງຈາກຄວາມຄຽດຈາດໂຣກມະເຮັງ.

ຕາມການລາຍງານຂອງຜູ້ສື່ຂ່າວລະບຸວ່າ ຜູ້ເສຍຊີວິດຊື່ ເຄັດເທີລີນ ອາຍຸ 59 ປີ ເປັນນັກທຸລະກິດເຈົ້າຂອງບ້ານວິນລ່າໃຫ້ເຊົ່າຢູ່ທີ່ເກາະສະມຸຍ ເບົື້ອງຕົ້ນເຈົ້າໜ້າທີ່ພົບວ່າ: ກ່ອນຕາຍເຮັດພິໄນກຳຍົກຊັບສິນທັງໝົດ 100 ລ້ານ ໃຫ້ປ້າຕິ໋ມ ແມ່ບ້ານຄົນສະນິດ.

ຂະນະທີ່ເຈົ້າໜ້າທີ່ທຳການສືບສວນ-ສອບສວນ ແລະ ເຈົ້າໜ້າທີ່ພິສູດຫຼັກຖານໄດ້ເຂົ້າກວດສອບໃນທີ່ເກີດເຫດຢ່າງລະອຽດ ແລະ ການສອບສວນຈາກພະຍານບຸກຄົນ ໄດ້ຮູ້ຄວາມຈິງເພີ່ມເຕີມກໍຄື ຜູ້ຕາຍໄດ້ອາໃສຢູ່ພຶ້ນທີ່ເກາະສະມຸຍ ແລະ ພັກຢູ່ບ້ານຫຼັງເກີດເຫດມາດົນນານກວ່າ 10 ປີແລ້ວ ເຊິ່ງໄດ້ອາໃສກັບຜົວຊາວຝຣັ່ງ ບໍ່ມີລູກ, ພາຍຫຼັງຝ່າຍຊາຍໄດ້ໄປຕິດພັນກັບຜູ້ຍິງຄົນອື່ນເຮັດໃຫ້ຜູ້ຕາຍເສຍໃຈຫຼາຍ ປະກອບກັບຜູ້ຕາຍປ່ວຍເປັນໂຣກມະເຮັງທາງທະວານໄລຍະສຸດທ້າຍ ມີອາການເຈັບປວດທໍລະມານ ແລະ ອາການປ່ວຍບໍ່ດີຂຶ້ນ ທັງປັນຫາຊີວິດຄູ່ກັບປັນຫາສຸຂະພາບ ຈຶ່ງເຊື່ອວ່າເປັນສາເຫດທີ່ເຮັດໃຫ້ຜູ້ຕາຍຕັດສິນໃຈລົງມືຄາຕະກຳຕົນເອງ.

ນອກຈາກນີ້ຍັງພົບຂໍ້ມູນເພື່ອຜູ້ຕາຍສົ່ງຂໍ້ຄວາມຫາໝູ່ເພື່ອນ ແລະ ໂອນເງິນເດືອນໃຫ້ກັບລູກຈ້າງທີ່ບ້ານໃຫ້ຄົບທຸກຄົນແລ້ວ ຈຶ່ງເຊື່ອວ່າເປັນກໍລະນີທີ່ຜູ້ຕາຍໃຊ້ວຸດປືນຍິງຕົນເອງເສຍຊີວິດ.

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...