spot_img
Homeຂ່າວພາຍ​ໃນສ້ອມແປງຫຼາຍເສັ້ນທາງໃນຕົວເມືອງ ນວ

ສ້ອມແປງຫຼາຍເສັ້ນທາງໃນຕົວເມືອງ ນວ

Published on

ທ່ານ ອໍາຄາ ວົງພະຈັນ ຫົວໜ້າຂະແໜງຂົວທາງ ພະແຍກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນວ ແຈ້ງໃຫ້ຮູ້ເມື່ອທ້າຍອາທິດຜ່ານມານີ້ວ່າ: ນະຄອນຫຼວງວຽງຈັນໄດ້ມອບໃຫ້ພະແນກ ຍທຂ ນວ ຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຢູ່ຕົວເມືອງ ນວ ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນປີ 2024 ທັງເປັນການຍົກລະດັບບັນດາເສັ້ນທາງນໍາໃຊ້ມາດົນທີ່ເປ່ເພ.

May be an image of 4 people, train and text

ໃນນີ້ໄດ້ມີວຽກອັດສະພານປູຢາງຂົວທັບໜ້າທາງ ວຽກປູຄອນກີດ ວຽກເກັບເສັ້ນວຽກຕີເສັ້ນຈະລາຈອນ ເຮັດປ້າຍຂ້າມທາງ ແລະ ປ້າຍຫົວດອນ ໂດຍພະແນກ ຍທຂ ນວ ໄດ້ເຊັນສັນຍາກັບຜູ້ຮັບເໝົາກໍ່ສ້າງເພື່ອຈັດຕັ້ງປະຕິບັດປະກອບມີແຕ່ໄຟອຳນາດເດີ່ນບິນ-ຂ້າງຕະຫຼາດສີໄຄ ຍາວ 1.462 ແມັດ ກວ້າງ 6 ແມັດ, ຄູວຽງ-ໂຮງໝໍ 103 ຍາວ 1.175 ແມັດ ກວ້າງ 6 ແມັດ ຮ່ອມ 14 ບ້ານທົ່ງກາງ-ທາງເບຕົງ (ວັດສ້າງເຫວີຍ) ຍາວ 1.088 ແມັດ ກວ້າງ 5 ແມັດ ຮ່ອມ 14 ບ້ານທ່າພະລານໄຊ ຍາວ 707 ແມັດ ກວ້າງ 5-9 ແມັດ ໄຟອໍານາດສີດໍາດວນ-ທົ່ງສ້າງນາງ-ໄຟອໍານາດຮ່ອງໄກ່ແກ້ວ ຍາວ 2.030 ແມັດ ກວ້າງ 7-10 ແມັດ ຖະໜົນສີທອງ (ຊ້າງ 3 ຫົວ-ໜອງດ້ວງ-ດົງນາໂຊກ-ໄຟອຳນາດໜອງໜ້ຽວ) ຍາວ 5.500 ແມັດ ກວ້າງ 10 ແມັດ, ຄຸ່ມສີສະຫວາດ-ອ້ອມສໍານັກງານນາຍົກລັດຖະມົນຕີ (ລວມ 8 ເສັ້ນ) ຍາວ 3.971 ແມັດ ກວ້າງ 6-7,5 ແມັດ.

May be an image of 4 people, road and street

ໂສກປ່າຫຼວງ-ສວນ 23 ສິງຫາ ຍາວ 1.548 ແມັດ ກວ້າງ 7 ແມັດ ທາງເຂົ້າສະຖານີລົດໄຟລາວ-ຈີນ-ສະໜາມກິລາຫຼັກ 16-ທາງເລກທີ 13 ໃຕ້ ຍາວ 4.125 ແມັດ ກວ້າງ 8-14 ແມັດ ກໍ່ສ້າງເສັ້ນທາງເບຕົງແຕ່ສະພັງເມິກ-ຫຼັງຫໍພັກຊີເກມ-3 ແຍກໜອງວຽງຄຳ ຍາວ 2.750 ແມັດ ກວ້າງ 7 ແມັດ ທົ່ງສ້າງນາງ-ໄຟແດງສະຫວ່າງ ຍາວ 470 ແມັດ ກວ້າງ 10 ແມັດ ແຈວັດຈັນ-ວັດອົງຕື້ ຍາວ 340 ແມັດ ກວ້າງ 6 ແມັດ ຖະໜົນໄຜ່ໜາມຫຼັງໂຮງຮຽນ ມສ ອານຸ (ລວມ 7 ເສັ້ນ) ຍາວ 1.553 ແມັດ ຍາວ 6-8,3 ແມັດ ຮ່ອມ 4 ບ້ານວັດນາກ ຍາວ 328 ແມັດ ກວ້າງ 5 ແມັດ ທາງເບີ 1 (ໄຟອຳນາດສີໄຄ-ແຍກຖະໜົນອາຊຽນ) ຍາວ 1.635 ແມັດ ກວ້າງ 20 ແມັດ, ເສັ້ນທາງກໍາແພງເມືອງ (ໄຟອຳນາດໜອງໄຮ-ວົງວຽນຫຼັກ 10) ຍາວ1.550 ແມັດ ກວ້າງ 14 ແມັດ ແລະ ວົງວຽນດົງປ່າລານ-ວົງວຽນໂພນທັນ-ໄຟແດງໂພນທັນ) ຍາວ 2.076 ແມັດ ກວ້າງ 12-18 ແມັດ ແລະ ວຽກແຕ້ມເສັ້ນຈະລາຈອນ ຕິດຕັ້ງປ້າຍ ແລະ ທາງສີຂອບທາງ 8 ເສັ້ນທາງ.

May be an image of 2 people, lighting, fire, road and street

ປັດຈຸບັນຜູ້ຮັບເໝົາກໍ່ສ້າງກໍາລັງຈັດຕັ້ງປະຕິບັດ 1 ໂຄງການ ປູຢາງຂົວທັບໜ້າທາງແຕ່ໄຟອໍານາດສີໄຄ-ໄຟອຳນາດອາກາດ ຍາວ 1.600 ແມັດ ດັ່ງນັ້ນໃນໄລຍະກໍ່ສ້າງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງຄ່ອຍໄປຄ່ອຍມາ ແລະ ໄປໃຊ້ເສັ້ນທາງອື່ນແທນກ່ອນ ທັງນີ້ເພື່ອຫຼີກລ່ຽງການເກີດອຸບັດເຫດຕາມມາ ແລະ ສ້າງຄວາມສະດວກໃຫ້ແກ່ຜູ້ຮັບເໝົາກໍ່ສ້າງໄດ້ປະຕິບັດວຽກສະດວກສະບາຍ.

ຂ່າວ: ສົມສະຫວັນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...