spot_img
Homeຂ່າວພາຍ​ໃນຊາຍຊາວຈີນ ທຳຮ້າຍຕົນເອງ-ຕັດສິນໃຈໂດດຂົວຈົບຊີວິດ

ຊາຍຊາວຈີນ ທຳຮ້າຍຕົນເອງ-ຕັດສິນໃຈໂດດຂົວຈົບຊີວິດ

Published on

ເມື່ອວັນທີ 1 ພຶດສະພາ ທີ່ຜ່ານມາ, ເກີດເຫດຊາຍຊາວຈີນທຳຮ້າຍຕົວເອງ ຢູ່ບ້ານ​ວັງ​ໄຮ​, ເມືອງໄຊ, ແຂວງອຸດົມໄຊ, ໂດຍຜູ້ກ່ຽວພະຍາຍາມເອົາຫົວຟາດກັບຝາ ແລະ ມີຜູ້ເຂົ້າມາຊ່ວຍ, ແຕ່ຜູ້ກ່ຽວກໍຍັງແລ່ນຊົນຝາຄືເກົ່າ ຈົນໄດ້ຮັບບາດເຈັບສາຫັດ. ຫຼັງຈາກນັ້ນ ເຈົ້າໜ້າທີ່ກູ້ໄພໄດ້ນຳຕົວສົ່ງໂຮງໝໍເພືອຮັກສາຕົວ, ແຕ່ໃນເວລາຕໍ່ມາ ເຈົ້າໜ້າທີ່ກູ້ໄພໄດ້ຮັບແຈ້ງເຫດຈາກປະຊາຊົນວ່າ: ພົບຄົນໂດດຂົວນ້ຳກໍ3 ບ້ານດອນແກ້ວ, ເມືອງໄຊດ ແຂວງອຸດົມໄຊ (ຂົວໂຮງໝໍແຂວງ) ເມື່ອເຖິງທີ່ເກີດເຫດ ພົບເຫັນຜູ້ເສຍຊີວິດ 1 ຄົນ, ປາກົດວ່າແມ່ນຄົນດຽວກັນທີ່ກູ້ໄພໄດ້ໄປຮັບແລະນຳສົ່ງໂຮງໝໍ ຈາກການພະຍາຍາມທຳຮ້າຍໂຕເອງໃຫ້ໄດ້ຮັບບາດເຈັບ, ຜູ້ກ່ຽວໄດ້ໜີອອກຈາກໂຮງໝໍອອກມາເພື່ອໂດດຂົວຈົບຊີວິດໃນເວລາຕໍ່ມາ.

อาจเป็นรูปภาพของ 6 คน, ผู้คนกำลังเล่นฟุตบอล, ผู้คนกำลังเล่นฟุตบอล และ ข้อความ

ສ່ວນສາເຫດທີ່ເຮັດໃຫ້ຜູ້ກ່ຽວທຳຮ້າຍຕົນເອງ ແລະ ໂດດຂົວຈົບຊີວິດ ເຈົ້າໜ້າທີ່ຍັງທຳການສືບສວນຫາສາເຫດ, ຫາກມີລາຍລະອຽດຈະລາຍງານໃຫ້ຊາບຕື່ມໃນພາຍຫຼັງ.

ຂ່າວ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...