Homeຂ່າວພາຍ​ໃນພູເຂົາໄຟໃນອິນໂດເນເຊຍ ລະເບີດອີກຄັ້ງ

ພູເຂົາໄຟໃນອິນໂດເນເຊຍ ລະເບີດອີກຄັ້ງ

Published on

ໃນວັນທີ 30 ເມສາ 2024 ສຳນັກຂ່າວຮອຍເຕີລາຍງານວ່າ: ພູເຂົາໄຟຮວງ ຢູ່ແຂວງສຸລາເວສີເໜືອ ປະເທດອິນໂດເນເຊຍ ເກີດລະເບີດຂຶ້ນອີກຄັ້ງຢ່າງຮຸນແຮງ ຫຼັງຈາກກ່ອນໜ້ານີ້ລະເບີດໄປເມື່ອຕົ້ນເດືອນຜ່ານມາ ສົ່ງຜົນໃຫ້ທາງການອິນໂດເນເຊຍປະກາດເຕືອນໄພຂັ້ນສູງສຸດ.

ການລະເບີດດັງກ່າວເກີດຂຶ້ນຕັ້ງແຕ່ຊ່ວງເຊົ້າ ໂດຍພູເຂົາໄຟປະທຸລາວາ ແລະ ຂີ້ເຖົາຂຶ້ນເທິງຟ້າສູງເຖິງ 2 ກິໂລແມັດ ເຮັດໃຫ້ທາງການຕ້ອງສັ່ງປິດສະໜາມບິນບໍລິເວນໃກ້ຄຽງ, ຈາກການລະເບີດຫຼ້າສຸດທາງສູນປ້ອງກັນໄພພູເຂົາໄຟ ປະກາດເຕືອນປະຊາຊົນບໍ່ໃຫ້ເຂົ້າໄປໃກ້ພູເຂົາໄຟດັ່ງກ່າວໃນໄລຍະ 6 ກິໂລແມັດ ພ້ອມເຕືອນອີກວ່າອາດຈະເກີດລະເບີດຮຸນແຮງອີກ.

ເຈົ້າໜ້າທີ່ສູນປ້ອງກັນໄພພູເຂົາໄຟຄາດວ່າການລະເບີດຄັ້ງຫຼ້າສຸດນັ້ນສອດຄ່ອງກັບແຮງສັ່ນສະເທືອນທີ່ວັດແທກໄດ້ກ່ອນໜ້ານີ້ໃນບໍລິເວນໃກ້ຄຽງ ແລະ ເກີດຂຶ້ນຫຼັງພູເຂົາໄຟລະເບີດໄປຫຼາຍຄັ້ງເມື່ອຕົ້ນເດືອນທີ່ຜ່ານມາ ເຮັດໃຫ້ມີປະຊາຊົນຫຼາຍຮ້ອຍຄົນອົບພະຍົບ ແລະ ສ້າງຄວາມເສຍຫາຍໃຫ້ປະຊາຊົນທີ່ອາໃສຢູເກາະບໍລິເວນນັ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...