spot_img
Homeຂ່າວພະຍາກອນອາກາດລາຍງານຜົນກະທົບຈາກພາຍຸພັດເຂົ້າຖະຫຼົ່ມ ແຂວງໄຊຍະບູລີ ໃນວັນທີ 24 ເມສາ 2024

ລາຍງານຜົນກະທົບຈາກພາຍຸພັດເຂົ້າຖະຫຼົ່ມ ແຂວງໄຊຍະບູລີ ໃນວັນທີ 24 ເມສາ 2024

Published on

ລາຍງານຜົນກະທົບໄພພິບັດ ລົມພາຍຸພັດເຂົ້າເມືອງໄຊຍະບູລີ ໃນເວລາປະມານ 16 ໂມງ 00 ນາທີ ຂອງວັນທີ 23 ເມສາ 2024 ໄດ້ມີລົມພາຍຸພັດເຂົ້າໃນເທດສະບານເມືອງໄຊຍະບູລີ ເຮັດໃຫ້ມີຟ້າລົມ, ຝົນຕົກແຮງ ພ້ອມທັງຫມາກເຫັບຕົກ ເຊິ່ງເຮັດໃຫ້ມີຜົນກະທົບຕໍ່ເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນ, ມີຜົນເສຍຫາຍຫຼາຍບ້ານ ແລະ ສໍານັກງານ, ອົງການ, ວັດ, ໂຮງຮຽນ, ໂຮງຫມໍ, ຕະຫຼາດ, ພາຫະນະ (ຂໍ້ມູນເບື້ອງຕົ້ນ) ລາຍລະອຽດດັ່ງນີ້:

1. ບ້ານທີ່ຖືກຜົນກະທົບຈໍານວນ 20 ບ້ານ, ມີປະມານ 520 ຄອບຄົວ;
2. ສໍານັກງານອ້ອມຂ້າງແຂວງ, ເມືອງ ມີ 6 ພາກສ່ວນ (ຫ້ອງວ່າການແຂວງ, ກອງບັນຊາການທະຫານແຂວງ, ກອງພັນໃຫຍ່ 202, ຫ້ອງການສາທາລະນະສຸກເມືອງ, ສານປະຊາຊົນເຂດ 1, ຫ້ອງການສຶກສາທິການ ແລະ ຂົນສົ່ງເມືອງ);

3. ໂຮງຮຽນ 7 ແຫ່ງ (ອານຸບານທ່ານາ, ປະຖົມບ້ານປົ່ງ, ປະຖົມໄຊຍະບູລີ, ປະຖົມຫນອງແຊງ, ປະຖົມຕອນ ເງິນ, ມສ ເອກະພາບ, ມຕ ມິດຕະພາບ);
4. ໂຮງຫມໍແຂວງ ( 18 ຫ້ອງ);
5. ຕະຫຼາດ 1 ແຫ່ງ (ຕະຫຼາດຮ້າວຮຸ້ນລາວ);
6. ວັດ 5 ແຫ່ງ (ວັດສີບຸນເຮືອງບ້ານໃຫຍ່, ວັດນາຕໍນ້ອຍ, ວັດນາເລົາ, ວັດສີສະຫວ່າງວົງ, ວັດບ້ານດອນເງິນ);

7. ເຮົາໄຟຟ້າ ຂະຫນາດ 8 ແມັດຫັກ 9 ຕົ້ນ, ສາຍຕາຂາຍ 22 ກິໂລໂວນ ຖືກສັງກະສີດໃສ່ຂາດ 2 ຈຸດ (ໄດ້ແກ້ໄຂແລ້ວ)
8. ຟາມໄກ່ 1 ຟາມ,
9. ພາຫະນະທີ່ຖືກຜົນກະທົບ ມີ 7 ຄັນ (ຫ້ອງການສາທາລະນະສຸກເມືອງ 2 ຄັນ, ບ້ານນາເລົາ 3 ຄັນ, ປະຖົມບ້ານປົ່ງ 1 ຄັນ, ຕະຫຼາດສີມຸງຄຸນ 1 ຄັນ);
10. ມີຜູ້ໄດ້ຮັບບາດເຈັບ 1 ຄົນຄື: ນາງ ອາລິສາ ອາຍຸ 6 ປີ ຖືກກະເບື້ອງຕົກໃສ່ຫນ້າຜາກແຕກ.

ສໍາລັບການຟື້ນຟູຫຼັງພາຍຸພັດ ແມ່ນໄດ້ເອົາກໍາລັງທະຫານ ກອງພັນ 419 ເຂົ້າມ້າງກະລາລົດ ແລະ ສ້ອມແປງຫຼັງຄາທີ່ຣີ່ຂອງຫ້ອງການສາທາລະນະສຸກເມືອງ, ສ່ວນເຮືອນຊານຂອງປະຊາຊົນຈໍານວນຫນຶ່ງແມ່ນແຕ່ລະ ຄອບຄົວໄດ້ສ້ອມແປງເອງເປັນຈໍານວນຫຼາຍ.

ສ່ວນຂໍ້ມູນລະອຽດ, ຜົນເສຍຫາຍ, ມູນຄ່າການເສຍຫາຍແມ່ນຈະໄດ້ລາຍງານໃຫ້ຊາບຕາມພາຍຫຼັງ. ດັ່ງນັ້ນ, ຈຶ່ງຮຽນລາຍງານມາຍັງທ່ານ ເພື່ອຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...