ອຸບັດຕິເຫດໄລຍະບຸນປີໃໝ່ລາວ ເກີດຂຶ້ນ 316 ຄັ້ງໃນຂອບເຂດທົ່ວປະເທດ

0
72

ພັອ ຄຳສອນ ສີດາວົງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຖະແຫຼງໃຫ້ຮູ້ໃນວັນທີ 19 ເມສາ 2024 ວ່າ: ການປະຕິບັດວຽກງານປ້ອງກັນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ລະຫວ່າງວັນທີ 11-17 ເມສາ 2024 ເຖິງວ່າເຈົ້າໜ້າທີ່ຈະລາຈອນໃນຂອບເຂດທົ່ວປະເທດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ແຕ່ກໍຍັງມີຜູ້ໃຊ້ລົດໃຊ້ຖະໜົນຈຳນວນໜຶ່ງ ບໍ່ປະຕິບັດຕາມກົດລະບຽບທີ່ກຳນົດໄວ້ ເຊັ່ນ: ຂັບລົດໄວເກີນກຳນົດ, ເມົາແລ້ວຂັບ, ປ່ຽນທິດທາງ ອັນເປັນສາເຫດເຮັດໃຫ້ໃນຂອບເຂດທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ 316 ຄັ້ງ ເສຍຊີວິດ 33 ຄົນ ຍິງ 4 ຄົນ; ທຽບໃສ່ປີ 2023 ອຸບັດຕິເຫດຫຼຸດລົງ 26 ເລື່ອງ ( ປີ 2023 ເກີດຂຶ້ນ 342 ຄັ້ງ ).

ອຸບັດຕິເຫດໃນໄລຍະປີໃໝ່ລາວປີນີ້ມີພາຫະນະເປ່ເພ 567 ຄັນ ຫຼຸດລົງ 22 ຄັນ, ຄົນໄດ້ຮັບບາດເຈັບ 594 ຄົນ ຫຼຸດລົງ 17 ຄົນ, ຄົນເສຍຊີວິດ 33 ຄົນ ຍິງ 4 ຄົນ ຫຼຸດລົງ 2 ຄົນ. ເຊິ່ງສາເຫດຫຼັກຂອງການກໍ່ໃຫ້ເກີດອຸບັດຕິເຫດແມ່ນ: ຂັບຂີ່ລົດໄວເກີນກຳນົດ 108 ກໍລະນີ ເສຍຊີວິດ 22 ຄົນ; ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ 99 ກໍລະນີ ເສຍຊີວິດ 3 ຄົນ; ປ່ຽນທິດທາງ 33 ກໍລະນີ ເສຍຊີວິດ 1 ຄົນ.

ແຂວງທີ່ມີອຸບັດຕິເຫດເກີດຂຶ້ນຫຼາຍກວ່າໝູ່ແມ່ນ ແຂວງວຽງຈັນ 43 ເລື່ອງ, ແຂວງຈຳປາສັກ 39 ເລື່ອງ, ນະຄອນຫຼວງວຽງຈັນ 37 ເລື່ອງ; ແຂວງທີ່ມີຄົນເສຍຊີວິດຫຼາຍກວ່າໝູ່ແມ່ນ ແຂວງວຽງຈັນ 5 ຄົນ, ແຂວງຫຼວງພະບາງ 5 ຄົນ ແລະ ນະຄອນຫຼວງວຽງຈັນ 4 ຄົນ.

ແຫຼ່ງຂ່າວ: ຄວາມສະຫງົບ