spot_img
Homeຂ່າວພາຍ​ໃນຄິວລົດສາຍໃຕ້ເພີ່ມເປັນ 75 ຖ້ຽວຕໍ່ມື້

ຄິວລົດສາຍໃຕ້ເພີ່ມເປັນ 75 ຖ້ຽວຕໍ່ມື້

Published on

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປສະຖານີຂົນສົ່ງໂດຍສານສາຍທາງ ໄກສາຍໃຕ້-ສາຍຕ່າງປະເທດໄດ້ໃຫ້ສໍາພາດເມື່ອວັນທີ 9 ເມສາທີ່ຜ່ານມາວ່າ: ລົດເມທີ່ໃຫ້ບໍລິການຜູ້ໂດຍສານຂອງສະຖານີປົກກະຕິແລ້ວແມ່ນມີ 60 ຄັນຕໍ່ມື້, ແຕ່ເພື່ອຮອງຮັບຜູ້ໂດຍສານທີ່ຈະເພີ່ມຂຶ້ນໃນໄລຍະບຸນປີໃໝ່ລາວ ທາງສະຖານີຈະໄດ້ເພີ່ມລົດຂຶ້ນຕື່ມອີກ 15 ຄັນຕໍ່ມື້, ໂດຍຈະເລີ່ມຕັ້ງແຕ່ຕອນແລງຂອງວັນທີ 10 ເມສາ ເປັນຕົ້ນໄປ.

อาจเป็นรูปภาพของ ถนน

ນອກນີ້, ທ່ານຍັງໄດ້ກ່າວຕື່ມອີກວ່າ: ຜູ້ໂດຍສານທີ່ຈະເດີນທາງກັບບ້ານ, ເວລາມາຊື້ປີ້ແລ້ວໃຫ້ກວດກາປີ້ໃຫ້ລະອຽດ, ປ້າຍລົດ, ເວລາອອກ, ເພາະລົດທໍາມະດາ ເວລາຂາຍປີ້ເຕັມແລ້ວລົດຈະອອກຈາກສະຖານີເລີຍ, ເຊິ່ງພະນັກ ງານຈະຕິດປ້າຍລົດເຕັມແລ້ວອອກເລີຍຢູ່ບ່ອນຂາຍປີ້. ສ່ວນລົດພິເສດ ຫຼື ວີໄອພີ ຜູ້ໂດຍສານສາມາດມາຊື້ປີ້ໄດ້ລ່ວງໜ້າກໍໄດ້ (ແຕ່ໃນໄລຍະເທດສະການທາງບໍລິສັດໄດ້ຢຸດການໂທຈອງປີ້).

อาจเป็นรูปภาพของ 9 คน, รถไฟ, รถลาก และ ข้อความพูดว่า "B7 B8 8 Bs B10 ลัดตรงมอบ ลัดตร มรบ B12 คตราม9บ., VIP สาล./หา สาส ตรามอม H แอบ un 0666 ปากเธุ ปาทเล BITC ผัดตะปี प्ट"

ດັ່ງນັ້ນ, ຖ້າຫາກຜູ້ໂດຍສານທີ່ລັດຂຶ້ນລົດຕາມທາງ ລົດຄັນໃດທີ່ເຕັມ ຫຼື ແອອັດເກີນໄປ ຢາກໃຫ້ລໍຖ້າຂຶ້ນຄັນຕໍ່ໄປ, ເພາະວ່າລົດໄດ້ປ່ອຍອອກຈາກສະຖານີທຸກໆ 15-30 ນາທີ, ໃນດ້ານການຮັກສາຄວາມປອດໄພ ແລະ ກວດກາເຕັກນິກຂອງລົດ, ທາງສະຖານີໄດ້ປະສານຫາເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ພະແນກ ໂຄສະນາເພື່ອລົງມາເຜີຍແຜ່ຄວາມປອດໄພໃຫ້ກັບບັນດາເຈົ້າຂອງລົດ, ພະນັກງານຂັບລົດ, ຜູ້ໃຫ້ບໍລິການເທິງລົດ (ແອັດລົດ) ໃຫ້ຮັບຮູ້ເພີ່ມຂຶ້ນເພື່ອໃຫ້ມີສະຕິກ່ຽວກັບການຂັບຂີ່ໃຫ້ມີຄວາມລະມັດລະວັງ
ຫຼາຍຂຶ້ນກວ່າເກົ່າ.

ຂ່າວ: ຂ່າວອອນລາຍ, ວສລ

ບົດຄວາມຫຼ້າສຸດ

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...