spot_img
Homeຂ່າວຢາເສບຕິດຈັບກຸມຊາຍມີຢາເສບຕິດໄວ້ໃນຄອບຄອງສັກທອດຫາໝູ່ ພົບຂອງກາງຢາບ້ານ 1 ລ້ານກວ່າເມັດ

ຈັບກຸມຊາຍມີຢາເສບຕິດໄວ້ໃນຄອບຄອງສັກທອດຫາໝູ່ ພົບຂອງກາງຢາບ້ານ 1 ລ້ານກວ່າເມັດ

Published on

ທ່ານ ພັທ ເຂີງຄຳ ຈັນທະວີໄຊ ຫົວໜ້າພະແນກຕຳຫຼວດ ປກສ ເມືອງນາຊາຍທອງ ລາຍງານກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃນຄັ້ງວັນທີ 27 ມີນາ 2024 ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງນາຊາຍທອງ ໄດ້ອອກປະຕິບັດໜ້າທີ່ວິຊາສະເພາະ ຢູ່ຂອບເຂດ ບ້ານນາຍ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສາມາດກັກຕົວເປົ້າໝາຍທີ່ມີການຜົວພັນຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ຄອບຄອງ ຈຳນວນ 1 ຄົນ ຊື່ ທ້າວ ຫວງເຫີ ອາຍຸ 23 ປີ ອາຊີບກຳມະກອນ ຢູ່ບ້ານສົມສະໄມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນ 6.000 ເມັດ.

ຈາກນັ້ນ, ທາງເຈົ້າໜ້າທີ່ກໍໄດ້ທຳການສືບສວນ-ສອບສວນຂະຫຍາຍຜົນ ຜູ້ກ່ຽວຈື່ງໃຫ້ການສັກທອດຫາຜູ້ຮ່ວມຂະບວນການ ເຈົ້າໜ້າທີ່ກຳໄດ້ມີການສືບຕໍ່ຕິດຕາມ ຈົນຕົກມາຮອດ 1:30 ໂມງຂອງວັນດຽວກັນກໍສາມາດກັກຕົວເປົ້າໝາຍໄດ້ 1 ຄົນຊື່ວ່າ ທ້າວ ໂຕ່ງໂຊ່ງ ອາຍຸ 24 ປີອາຊີບກຳມະກອນ ຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນ 203 ແພັກ ກັບ 2 ມັດ ແລະ 2 ຖົງ ເທົ່າກັບ 1.222.400 ເມັດ ກັບວັດຖຸມີຄ່າອີກຈຳນວນໜຶ່ງ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວກໍໃຫ້ການຮັບສາລະພາບວ່າ: ໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດແທ້ ແລະ ຢາຈຳນວນດັ່ງກ່າວກໍແມ່ນຢາຂອງຜູ້ກ່ຽວທີ່ໄດ້ຊື້ມາຈາກຜູ້ຮ່ວມຂະບວນການ ມາຮອດປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ກຳລັງສືບຕໍ່ດຳເນີນຕາມຂັ້ນຕອນ ພ້ອມກັບເປົ້າໝາຍສັກທອດ ກໍໄດ້ມີການສືບຕໍ່ຕິດຕາມນຳໂຕຜູ້ກ່ຽວມາດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ: ຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...