Homeຂ່າວຕ່າງປະເທດໄຕ້ຫວັນເກີດເຫແຜ່ນດິນໄຫວຂະນາດ 7.4 ຣິກເຕີ ຮຸນແຮງທີ່ສຸດໃນຮອບ 25 ປີ

ໄຕ້ຫວັນເກີດເຫແຜ່ນດິນໄຫວຂະນາດ 7.4 ຣິກເຕີ ຮຸນແຮງທີ່ສຸດໃນຮອບ 25 ປີ

Published on

ສຳນັກຂ່າວ ບີບີຊີລາຍງານໃນວັນທີ 3 ເມສາ 2024 ນີ້ວ່າເກີດເຫດແຜ່ນດິນໄຫວຂະນາດ 7.4 ຣິກເຕິ ທີ່ລະດັບຄວາມເລິກ 15.5 ກິໂລແມັດ ໃນພຶ້ນທີ່ຊາຍຝັ່ງຕາເວັນອອກໄຕ້ຫວັນ ຫ່າງຈາກເມືອງຫົວຫຼຽນຫ່າງຈາກທິດຕາເວັນຕົກສ່ຽງໃຕ້ ປະມານ 18 ກິໂລແມັດ ເຮັດໃຫ້ຕ້ອງເຕືອນໄພສຶນາມິທົ່ວທັງເກາະ ແລະ ປະເທດໃກ້ຄຽງ.

ຈາກເຫດການແຜ່ນດິນໄຫວສົ່ງຜົນໃຫ້ມີອາຄານບາງສ່ວນໄດ້ຮັບຄວາມເສຍຫາຍ ເບື້ອງຕົ້ນຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ, ທາງດ້ານເຈົ້າໜ້າທີ່ອຸຕຸນິຍົມວິທະຍາຢີ່ປຸ່ນປະກາດເຕືອນໄພສຶນາມິສູງເຖິງ 3 ແມັດທີ່ຄາດຈະພັດຖະຫຼົ່ມບໍລິເວນຊາຍຝັ່ງທາງຕາເວັນຕົກສ່ຽງໃຕ້ ເປັນບໍລິເວນກວ້າງ ໂດຍສະເພາະບໍລິເວນແຂວງໂອກິນາວະ ແລະ ລາຍງານຫຼ້າສຸດ ມີລາຍງານສຶນາມິມີຄວາມສູງ 30 ຊັງຕີແມັດພດັດຖະຫຼົ່ມເກາະໂຍນາກຸນິແລ້ວເມື່ອເວລາ 9:18 ໂມງຂອງວັນທີ 3 ເມສາ 2024.

ຢ່າງໃດກໍຕາມສຳນັກຂ່າວທາງການຂອງໄຕ້ຫວັນລາຍງານວ່າ: ແຜ່ນດິນໄຫວຄັ້ງນີ້ຖືເປັນແຜ່ນດິນໄຫວຄັ້ງໃຫຍ່ທີ່ສຸດທີ່ເກີດຂຶ້ນຢູ່ເກາະໄຕ້ຫວັນນັບຕັ້ງແຕ່ປີ 1999 ຫຼື 25 ປີ ເຊິ່ງກ່ອນໜ້ານີ້ເຄີຍເກີດແຜ່ນດິນໄຫວຂະນາດ 7.6 ຣິກເຕີ ເຮັດໃຫ້ໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼາຍ ແລະ ມີຜູ້ເສຍຊີວິດຈາກເຫດການນີ້ປະມານ 2.400 ຄົນ.

ແຫຼ່ງຂ່າວ: BBC

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...