spot_img
Homeຂ່າວກິລາຄັດເລືອກນັກກິລາດອກປີກໄກ່ ເຍົາວະຊົນທີມຊາດລາວ ສາຍເລືອດໃໝ່

ຄັດເລືອກນັກກິລາດອກປີກໄກ່ ເຍົາວະຊົນທີມຊາດລາວ ສາຍເລືອດໃໝ່

Published on

ສະຫະພັນດອກປີກໄກ່ແຫ່ງຊາດລາວ ສາມາດຄັດເລືອກນັກກິລາດອກປີກໄກ່ທີມຊາດລາວ ໃນຮຸ່ນເຍົາວະຊົນ ອາຍຸບໍ່ເກີນ 15 ປີ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ກຽມສົ່ງເຂົ້າຮ່ວມແຂ່ງຂັນ 2 ລາຍການໃຫຍ່ ກໍຄື ງານແຂ່ງຂັນກິລາດອກປີກໄກ່ ຊິງແຊ໋ມເຍົາວະຊົນ ອາຊຽນ ຈະຈັດຂຶ້ນໃນເດືອນພຶດສະພານີ້ ທີ່ສປປ ລາວ ເປັນເຈົ້າພາບ ແລະ ງານກິລານັກຮຽນອາຊຽນຄັ້ງທີ່ 13 ທີ່ແຂວງດານັງ ສສ ຫວຽດນາມ ຈະຈັດຂຶ້ນໃນເດືອນມີຖຸນາ 2024.

ການແຂ່ງຂັນກິລາດອກປີກໄກ່ ທົ່ວປະເທດ ເພື່ອຄັດເລືອກ ນັກກິລາຮຸ່ນເຍົາວະຊົນທີມຊາດ ໃນຮຸ່ນອາຍຸ 15 ປີ ແລະ 17 ປີ ເພື່ອຄັດເລືອກນັກກິລາພອນສະຫວັນດີເດັ່ນຕິດທີມຊາດ ກຽມສົ່ງເຂົ້າຮ່ວມ 2 ງານໃຫຍ່ ກໍຄື ດອກປີກໄກ່ ຊິງແຊ໋ມເຍົາວະຊົນອາຊຽນ ຈະຈັດຂຶ້ນໃນເດືອນພຶດສະພາ ທີ່ສປປ ລາວ ເປັນເຈົ້າພາບ ແລະ ງານກິລານັກຮຽນອາຊຽນຄັ້ງທີ່ 13 ໃນເດືອນມີຖຸນາ 2024 ທີ່ແຂວງດານັງ ສສ ຫວຽດນາມ ໄດ້ມີຂຶ້ນ ລະຫວ່າງວັນທີ 8-9 ມີນາ ຜ່ານມາ ທີ່ສະໂມສອນ ດອກປີກໄກ່ ເສດຖາ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ.

ລາຍການນີ້ ຈັດຂຶ້ນ ຊຶ່ງມີນັກກິລາ 65 ຄົນ, ຍິງ 8 ຄົນ ຈາກ 12 ພາກສ່ວນເຂົ້າຮ່ວມ, ໃນນັ້ນ ມາຈາກ 5 ແຂວງ ຄື: ຄຳມ່ວນ, ອຸດົມໄຊ, ຫຼວງພະບາງ, ບໍ່ແກ້ວ ແລະ ໄຊຍະບູລີ ມີການຊິງໄຊ 5 ລາຍການ ປະກອບມີ ດ່ຽວຊາຍຮຸ່ນອາຍຸ 15 ປີ, ດ່ຽວຍິງ 17 ປີ, ດ່ຽວຊາຍ 17 ປີ, ຄູ່ຊາຍ 17 ປີ ແລະ ແຂ່ງຂັນລາຍການພິເສດ ປະເພດດ່ຽວຊາຍອາຍຸ 19 ປີ.

ການຄັດເລືອກແມ່ນຄັດເລືອກເອົານັກກິລາທີ່ສາມາດຕິດອັນດັບທີ 1, ອັນດັບທີ 2 ແລະ ອັນດັບທີ 3 ມີລາຍຊື່ຕິດທີມຊາດ ຜ່ານການແຂ່ງຂັນ ປະກົດວ່າ: ນັກກິລາຈາກແຂວງຫຼວງບາງສາມາດຕິດທີມຊາດໄດ້ຫຼາຍກວ່າທຸກພາກສ່ວນ ທີ່ສົ່ງເຂົ້າຮ່ວມແຂ່ງຂັນເຖິງ 4 ຄົນ, ໃນນັ້ນ ມາຈາກສະໂມສອນ ເອວຈີບີ ສີຣິວົງ ຫຼື LGB SIRIVONG ຈຳນວນ 3 ຄົນ ແລະ ນັກກິລາຕົວແທນຂອງແຂວງຫຼວງພະບາງ ອີກ 1 ຄົນ.

ສຳລັບປະເພດດ່ຽວເຍົາວະຊົນ 15 ປີຊາຍ ຊະນະເລີດ ທອງປັນຍາ ສຸວັນນີ ຈາກສະໂມສອນ ພິຈີ, ອັນດັບທີ 2 ທ້າວ ພອນຈິດ ແສງຫຼ້າ ຈາກແຂວງອຸດົມໄຊ ແລະ ອັນດັບທີ 3 ທ້າວ ພູນິກອນ ຈາກແຂວງອຸດົມໄຊ ສ່ວນດ່ຽວເຍົາວະຊົນ 17 ປີຊາຍ ຊະນະເລີດ ທ້າວ ຊະນະ ສີຣິສັກ ຈາກສະໂມສອນ LGB SIRIVONG, ອັນດັບທີ 2 ທ້າວ ວາລັດ ມະນິວົງ ຈາກສະໂມສອນ LGB SIRIVONG, ອັນດັບທີ 3 ທ້າວ ອານຸສິດ ມະນິວັນ ຈາກສະໂມສອນ LGB SIRIVONG ດ່ຽວເຍົາວະຊົນ 17 ປີຍິງ ຊະນະເລີດ ນາງ ດາລາວອນ ຄຳຈັນ ຈາກແຂວງໄຊຍະບູລີ, ອັນດັບທີ 2 ນາງ ເມສາທິບ ດ້ວງເງິນ ຈາກແຂວງໄຊຍະບູລີ, ອັນດັບທີ 3 ນາງ ລີ່ລີ່ ສີຊົມຊື່ນ ຈາກສະໂມສອນ ກັບຕັນ-ວິນເນີ ແລະ ຄູ່ເຍົາວະຊົນ 17 ປີຊາຍ ຊະນະເລີດ ທ້າວ ຊະນະ ສີຣິສັກ ຄູ່ກັບ ທ້າວ ອານຸສິດ ມະນິວັນ ຈາກສະໂມສອນ LGB SIRIVONG, ອັນດັບທີ 2 ທ້າວ ຈະເລີນໄຊ ວົງສາລິຄຳ ຄູ່ກັບ ວາລັດ ມະນິວົງ ຈາກແຂວງຫຼວງພະບາງ ແລະ ອັນດັບທີ 3 ທ້າວ ນັດທິວ ພົງສັກ ຄູ່ກັບ ທ້າວ ສຸພະໄຊ ສິມມະວົງ ຈາກສະໂມສອນ ກັບຕັນ-ວິນເນີ.

ຂະນະທີ່ ລາຍການພິເສດ ຮຸ່ນອາຍຸ 19 ປີ ແຊ໋ມເປັນຂອງ ທ້າວ ມານະສິນ ຂິດຕະສີ ຈາກສະໂມສອນ LGB SIRIVONG, ອັນດັບທີ 2 ທ້າວ ໂຊກໄຊ ສີຫານາດ ຈາກສະໂມສອນ ແລັບດອກ ແລະ ອັນດັບທີ 3 ທ້າວ ອາທິວັດ ອຸດົມສະຫວັດ ຈາກສະມໂສອນກັບຕັນ-ວິນເນີ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...