spot_img
Homeຂ່າວພາຍ​ໃນພົບບັນຫານາຍ ໜ້າໃນການແລ່ນເອກະສານປ່ຽນປ້າຍລົດ

ພົບບັນຫານາຍ ໜ້າໃນການແລ່ນເອກະສານປ່ຽນປ້າຍລົດ

Published on

ພາຍຫຼັງນະຄອນຫຼວງວຽງຈັນໄດ້ອອກແຈ້ງການກ່ຽວການປ່ຽນປ້າຍທະບຽນລົດຈາກກຳແພງນະຄອນ ມາເປັນນະຄອນຫຼວງວຽງຈັນເລີ່ມຕັ້ງແຕ່ວັນທີ 1 ມີນາ 2024 ເປັນຕົ້ນໄປ, ເຮັດໃຫ້ປະຊາຊົນຜູ້ທີ່ມີທະບຽໝົດອາຍຸ ຫຼື ບໍ່ໝົດອາຍຸ ພາກັນມາປ່ຽນປ້າຍ ຫຼື ໃສ່ປ້າຍໃໝ່ຢ່າງຫຼວງຫຼາຍ ຈຶ່ງເກີດບັນຫາຕາມມາພາຍຫຼັງ ​ກໍຄືການຂຶ້ນທະບຽນໃໝ່, ແມ່ນມີທັງຜູ້ຮັບຜິດຊອບແລ່ນເອກະສານຂອງບໍລິສັດເປັນຜູ້ດໍາເນີນການເຮັດໃຫ້ມີຄວາມສະດວກ, ແຕ່ກົງກັນຂ້າມກັບຜູ້ມາຕໍ່ທະບຽນ ຫຼື ປ່ຽນປ້າຍດ້ວຍຕົນເອງຍັງມີຄວາມຫຍຸ້ງຍາກ ແລະ ສັບສົນຍ້ອນບໍ່ຮູ້ຈະໄປແລ່ນເອກະສານຢູ່ປ່ອງໃດ ແລະ ຄົນກໍຫຼາຍ ເຮັດໃຫ້ມີຄວາມຈໍາເປັນຕ້ອງໃຊ້ບໍລິການນາຍໜ້າທີ່ມາຊູຊີ ແລ່ນເອກະສານປ່ຽນປ້າຍໃຫ້ຕາມລາຄາທີ່ຕົກລົງກັນ.

ທ່ານ ບຸນປອນ ບຸນສົມຫວັງ, ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ຍອມຮັບວ່າປາກົດການຫຍໍ້ທໍ້ຄື: ບັນຫານາຍໜ້າໃນການແລ່ນເອກະສານເພື່ອຂໍຂຶ້ນທະບຽນ ຫຼື ປ່ຽນປ້າຍທີ່ກໍາລັງຈັດຕັ້ງປະຕິບັດຢູ່ໃນປັດຈຸບັນແມ່ນມີຈິງແທ້ ເພາະໃນແຕ່ລະວັນກຸ່ມຄົນພວກນີ້, ໄດ້ມາລໍຖ້າ ເມື່ອເຫັນຜູ້ມາປ່ຽນປ້າຍ ແມ່ນຫຸ້ມໃສ່ ບາງຄັ້ງມີຮອດ 4-5 ຄົນ. ຜູ້ທີ່ບໍ່ຮູ້ ຫຼື ບໍ່ຢາກເສຍເວລາຈິ່ງວ່າຈ້າງຄົນຈໍາພວກນີ້ແລ່ນເອກະສານໃຫ້ຈົນກວ່າຈະໄດ້ປ້າຍ.

ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ, ຂໍໃຫ້ຜູ້ທີ່ມາໃຊ້ບໍລິການ ເມື່ອມາເຖິງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫລວງວຽງຈັນ ໃຫ້ມາຫາເຈົ້າໜ້າທີ່ກ່ຽວຂ້ອງເພື່ອແນະນໍາການປະກອບເອກະສານ ແລະ ຍື່ນເອກະສານຕາມແຕ່ລະປ່ອງຢ່າງຖືກຕ້ອງ. ຊຶ່ງເຈົ້າໜ້າທີ່ຂອງກອງແຕ່ລະຄົນແມ່ນມີເຄື່ອງແບບ ແລະ ມີປ້າຍພະນັກງານແຂວນຄໍຕະຫລອດເວລາ.

ເພື່ອເຮັດໃຫ້ການປ່ຽນປ້າຍ ແລະ ຂຶ້ນປ້າຍໃໝ່ຈາກກໍາແພງນະຄອນວຽງຈັນ ມາເປັນນະຄອນຫລວງວຽງຈັນ ມີຄວາມສະດວກສະບາຍ, ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫລວງວຽງຈັນ ຮຽກຮ້ອງມາຍັງຜູ້ທີ່ມີໃບທະບຽນບໍ່ທັນໝົດອາຍຸນໍາໃຊ້ໃບທະບຽນເກົ່າໄປກ່ອນ ເພື່ອຫລຸດຜ່ອນຄວາມແອອັດ ເພາະການປ່ຽນປ້າຍດັ່ງກ່າວນີ້, ບໍ່ແມ່ນການບັງຄັບປະຕິບັດມື້ໜຶ່ງຍາມດຽວ.

ທີ່ມາ: Lao Youth

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...