spot_img
Homeຂ່າວພາຍ​ໃນກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ

ກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ

Published on

ພິທີວາງສີລາລຶກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ສໍານັກງານຫ້ອງການພາກສະໜາມຂອງບໍລິສັດ (ສາມແຍກທາງເຂົ້າແກ້ງກຸ-ປາກເສັດ) ບ້ານພູມສະຫວັນ, ເມືອງວາປີ ແຂວງສາລະວັນ, ໂຄງການດັ່ງກ່າວແມ່ນໄດ້ຮ່ວມມືກັນລະຫວ່າງ ບໍລິສັດ ເຊເສັດ-ຫ້ວຍຕະປຸງ ພາວເວີ ຈໍາກັດ ແລະ ກຸ່ມບໍລິສັດ ໂຊກພູນຊັບ ອິນເຕີມາຍນິງ ຈໍາກັດ, ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ນາງ ສຸກສະຫວັນ ຄໍາສະຫວັນສຸກ ປະທານ ບໍລິສັດ ເຊເສັດ-ຫ້ວຍຕະປຸງ ພາວເວີ ຈໍາກັດ, ທ່ານ ຢາດອາລຸນ ລໍວັນໄຊ ປະທານກຸ່ມບໍລິສັດ ໂຊກພູນຊັບ ອິນເຕີມາຍນິງ ຈໍາກັດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ແມ່ນໄດ້ສຶກສາສໍາຫຼວດຄວາມເປັນໄປໄດ້, ເຫັນວ່າມີຄວາມຖືກຕ້ອງທາງດ້ານເສດຖະກິດ-ເຕັກນິກ ແລະ ເງື່ອນໄຂອື່ນໆ, ມີກໍາລັງຕິດຕັ້ງ 13 ເມກາວັດ, ໂຄງການດັ່ງກ່າວໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງວັນທີ 24 ກຸມພາ 2011 ແລະ ໄດ້ຮ່ວມເຊັນສັນຍາກັບບັນດາໂຄງການຕ່າງໆ ເປັນຕົ້ນ: ສັນຍາການພັດທະນາໂຄງການ, ສັນຍາຄຸ້ມຄອງໂຄງການ, ສັນຍາຊື້-ຂາຍໄຟຟ້າ ແລະ ອື່ນໆ.
ພາຍຫຼັງສໍາເລັດການວາງສີລາລຶກແລ້ວ, ໃນໄລຍະປີ 2024-2025 ນີ້ ທາງໂຄງການຈະໄດ້ລົງມືຈັດຕັ້ງປະຕິບັດການກໍ່ສ້າງ ໃຫ້ສໍາເລັດຕາມກອບວຽກທີ່ວາງໄວ້ ເປັນຕົ້ນ: ການກໍ່ສ້າງຫົວງານຝາຍນໍ້າລົ້ນ, ກໍ່ສ້າງຄອງສົ່ງນໍ້າ ແຕ່ຫົວງານໄປຫາອ່າງພັກນໍ້ານອນ ແລະ ກໍ່ສ້າງຫ້ອງການພາກສະໝາມ, ຖ້າຫາກວ່າໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ສໍາເລັດ, ແຂວງສາລະວັນຈະໄດ້ຮັບຜົນປະໂຫຍດຫຼາຍດ້ານ ເປັນຕົ້ນ: ຊ່ວຍປະຊາຊົນໄດ້ມີວຽກເຮັດງານທໍາ ແລະ ອື່ນໆ.
(ພາບ-ຂ່າວ: ທິດລານີ ໂຄດໂຍທາ)

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...