spot_img
Homeຂ່າວພາຍ​ໃນປະທານປະເທດ ຊຸກຍູ້ວຽກງານຮອບດ້ານ ແຂວງອັດຕະປື

ປະທານປະເທດ ຊຸກຍູ້ວຽກງານຮອບດ້ານ ແຂວງອັດຕະປື

Published on

ໃນວັນທີ 22 ກຸມພາທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະນຳຈາກສູນກາງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ແຂວງອັດຕະປື ໂດຍມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີບັນດາພະນັກງານການນຳ, ອະດີດການນຳຂອງແຂວງ, ເຈົ້າເມືອງ, ຫົວໜ້າ-ຮອງພະແນກການອ້ອມຂ້າງແຂວງໃຫ້ການຕ້ອນຮັບ.

May be an image of 1 person and text

ທ່ານ ພົນໂທ ວັນທອງ ກອງມະນີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການນໍາພາ-ຊີ້ນໍາ ແລະ ປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ແລະສະພາບທິດທາງແຜນການພັດທະນາເສດຖະກິດ-ສັງຄົມທີ່ເປັນຈຸດສຸມໃນຕໍ່ໜ້າ ໂດຍລວມແລ້ວ ແຂວງອັດຕະປື ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດສືບຕໍ່ຂະຫຍາຍຕົວຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ ໂດຍສະເພາະຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ, ຂົງເຂດກະສິກໍາ ແລະ ການຜະລິດ ຊຶ່ງລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 6,77%, ສະເລ່ຍຕໍ່ຫົວຄົນ 36,53 ລ້ານກີບ ຫຼື1.855 ໂດລາ, ຈັດເກັບລາຍຮັບງົບປະມານບັນລຸໄດ້ 787,25 ຕື້ກວ່າກີບ, ເທົ່າກັບ 147,50% ຂອງແຜນການ; ດ້ານລາຍຈ່າຍປະຕິບັດໄດ້ 448,84 ຕື້ກວ່າກີບ, ເທົ່າກັບ 99,69% ຂອງແຜນການ.

May be an image of 12 people and tree

ສະເພາະປີ 2024 ມາຮອດວັນທີ 13 ກຸມພາ 2024 ເກັບລາຍຮັບໄດ້ 70,58 ຕື້ກີບ ເທົ່າກັບ 10,18% ຂອງແຜນການປີ, ຊຸກຍູ້ປະຊາຊົນ ແລະ ນັກທຸລະກິດ ສືບຕໍ່ລົງທຶນໃນດ້ານຕ່າງໆ ເຊັ່ນ: ການລ້ຽງສັດແບບເປັນຟາມ, ການປູກຝັງ, ລ້ຽງສັດ ແລະ ອື່ນໆ, ສະເພາະການປູກເຂົ້ານາແຊງປີ 2024 ຊຶ່ງຕາມແຜນ 1.269 ເຮັກຕາ ຄາດຄະເນຜົນຜະລິດ 5.089 ໂຕນ, ຮອດປັດຈຸບັນ ປະຕິບັດໄດ້ 496,20 ເຮັກຕາ ເທົ່າກັບ 39,1% ຂອງແຜນການ. ນອກນີ້, ຍັງໄດ້ຍົກເລີກໂຄງການລົງທຶນ 33 ໂຄງການ ແລະ ໄດ້ອອກຄໍາສັ່ງຂອງແຂວງກ່ຽວກັບການຢຸດຕິຂຸດຄົ້ນແຮ່ຄໍາຕົກຂ້ອນ, ຄຳສັ່ງຢຸດຕິການສໍາຫຼວດ, ຂຸດຄົ້ນໄມ້ ແລະ ທ້ອນໂຮມໄມ້ໃນທົ່ວແຂວງ ສ່ວນຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດອື່ນໆກໍໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.

May be an image of 10 people, grass and tree

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສໍາຄັນ ເປັນຕົ້ນ ໃຫ້ການນໍາຂອງແຂວງ ນໍາພາ-ຊີ້ນໍາພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-ແນວຄິດຕໍ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃຫ້ເຂົ້າໃຈສະພາບຄວາມເປັນຈິງຂອງປະເທດໃນປັດຈຸບັນ, ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ແຂວງອັດຕະປື ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ສືບຕໍ່ນໍາພາ-ຊີ້ນໍາການພັດທະນາເສດຖະກິດ-ສັງຄົມດ້ວຍຄວາມເປັນຕົນເອງໃຫ້ຫຼາຍຂຶ້ນ, ສົ່ງເສີມ ຂະບວນການຜະລິດເປັນສິນຄ້າຢູ່ພາຍໃນໃຫ້ແຂງແຮງ ແລະ ເປັນເຈົ້າຕົນເອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງແຂວງ.

ນອກນີ້, ຍັງຕ້ອງໄດ້ເອົາໃຈໃສ່ການຄຸ້ມຄອງ ຊັບພະຍາກອນທໍາມະຊາດ ໂດຍສະເພາະການຕັດໄມ້ທໍາລາຍປ່າ, ການຂຸດຄົ້ນບໍ່ແຮ່ຊະຊາຍ, ສົ່ງເສີມການຜະລິດຂອງປະຊາຊົນ, ມີການຈັດສັນເຂດການຜະລິດຄັກແນ່, ບໍ່ໃຫ້ບຸກລຸກປ່າໄມ້-ທີ່ດິນປູກພືດອຸດສະຫະກຳທີ່ຜືນຕໍ່ລະບຽບກົດໝາຍຂອງລັດ, ສືບຕໍ່ດຶງການລົງທຶນຕ່າງປະເທດ ແລະ ປະຊາຊົນຕ້ອງເຂົ້າຮ່ວມໃນໂຄງການລົງທຶນຕ່າງໆນັ້ນຕ້ອງມີຄວາມຮູ້, ຕ້ອງມີສີມືແຮງງານ ແລະ ຕ້ອງມີວິໄນ, ເອົາໃຈໃສ່ເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາມະຕິຂອງສູນກາງ ເພື່ອການແກ້ໄຂບັນຫາຕົວຈິງຂອງແຂວງ, ຊຸກຍູ້ສົ່ງເສີມປະຊາຊົນ, ນັກທຸລະກິດ-ຜູ້ປະກອບການ ເຮັດການຜະລິດກະສິກໍາເປັນສິນຄ້າຕາມທ່າແຮງບົ່ມຊ້ອນ, ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແລະ ຄວາມສາມາດຕົວຈິງໃນແຕ່ລະທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງໃຫ້ດີຂຶ້ນ.

ຂ່າວ: ມັດສາ

ບົດຄວາມຫຼ້າສຸດ

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...