spot_img
Homeຂ່າວພາຍ​ໃນປ.ກ.ສ ເມືອງອຸທຸມພອນສຶກສາອົບຮົມໄວໜຸ່ມ

ປ.ກ.ສ ເມືອງອຸທຸມພອນສຶກສາອົບຮົມໄວໜຸ່ມ

Published on

ທ່ານ ພັນຕີ ຄໍາຕັນ ເຄນໄຊບຸນຍະເລດ ຮອງຫົວໜ້າພະແນກ ຊີ້ນໍາວຽກຈາລະຈອນ,ກອງບັນຊາການ ປກສ ເມືອງໃຫ້ຮູ້ວ່າ: ສໍາລັບໄວໜຸ່ມທີ່ນໍາມາສຶກສາອົບຮົມຄັ້ງນີ້ແມ່ນຢາກໃຫ້ຮູ້ຈັກລະບຽບກົດໝາຍ,ຮູ້ຈັກການຂັບຂີ່ລົດຕາມທ້ອງຖະໜົນຫຼວງ,ຮູ້ຈັກກົດລະບຽບຈາລະຈອນ,ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງຕ້ອງໄດ້ເອົາໃຈໃສ່ຕິດຕາມລູກຫຼານຂອງຕົນຢ່າງຄັກແນ່ບໍ່ໃຫ້ມີການຂັບຂີ່ລົດໄວ,ໃຊ້ສຽງດັງ ທີ່ສ້າງຄວາມລົບກວນແກ່ຜູ້ອືນໃນຍາມຫຼັບນອນກາງຄືນ.

May be an image of 7 people, people studying and text

ໂອກາດດັ່ງກ່າວ ທ່ານ ພັນໂທ ປທ ສາຄອນ ສີສຸກ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ຍັງໄດ້ໂອ້ລົມຕໍ່ກຸ່ມເປົ້າໝາຍຕື່ມວ່າ: ລູກຫຼານຜູ້ທີ່ຍັງໜຸ່ມແໜ້ນ,ກໍາລັງແຮງອັນສໍາຄັນຂອງປະເທດຊາດຈົ່ງຢ່າໄດ້ນໍາເອົາສິ່ງທີ່ບໍ່ດີ ບໍ່ງາມ ໂດຍສະເພາະ ກໍ່ແມ່ນການດັດແປງສະພາບເຕັກນິກລົດ ເຮັດໃຫ້ລົດມີສຽງດັງ,ຂັບຂີ່ລົດໄວ,ແຂ່ງກັນໃນຍາມກາງຄືນ,ສ້າງຄວາມລໍາຄານໃຫ້ແກ່ປະຊາຊົນທີ່ກໍາລັງນອນລັບພັກຜ່ອນໃນຍາມຄໍ່າຄືນ,ລົດທີ່ເອົາເມືອຕ້ອງໄດ້ປ່ຽນຢາງນ້ອຍ,ແມັກ,ທໍ່,ໃສ່ແວ່ນ ແລະ ອື່ນໆໃຫ້ກັບຄືນສູ່ສະພາບເດີມເສຍກ່ອນຈິ່ງເອົາເມືອໄດ້.

May be an image of 4 people, scooter, dirt bike, motorcycle and text

ຈາກນັ້ນທາງເຈົ້າໜ້າທີ່ ກໍ່ໄດ້ປັບໃໝ ຕາມກົດໝາຍປະມວນອາຍາມາດຕາ 149,150 ແລະ 188,ພ້ອມທັງເຮັດບົດບັນທຶກກັບພໍ່ແມ່ຜູ້ປົກຄອງ ແລະ ອໍານາດການປົກຄອງບ້ານຕື່ມອີກ.

ຂ່າວ: ນັກຂ່າວເມືອງອຸທຸມພອນ ບຸນຊູ ພົມມະເທບ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...