spot_img
Homeຂ່າວພາຍ​ໃນອຸທາຫອນ! ກຸ່ມມິດສາຊີບຕົວະແລກເງິນກວ່າ 700 ລ້ານກີບ

ອຸທາຫອນ! ກຸ່ມມິດສາຊີບຕົວະແລກເງິນກວ່າ 700 ລ້ານກີບ

Published on

ໃນວັນທີ 12 ມັງກອນ 2024 ຜ່ານມາ ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງທີ່ມີການລະບາດຂອງໂຄວິດ-19 ໄດ້ເຮັດໃຫ້ສະພາບເສດຖະກິດຂອງລາວ ເວົ້າລວມ ເວົ້າສະເພາະ ຢູ່ໃນນະຄອນຫຼວງວຽງຈັນ ໄດ້ປະສົບໄພເງິນເຟີ້ ນ້ຳມັນແພງ ຄ່າຄອງຊີບສູງ ແລະ ອື່ນໆ ຕໍ່ກັບສະພາບການດັ່ງກ່າວ ຄະນາຄານແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ອອກແຈ້ງການການຢຸດເຊົາໃຫ້ບໍລິການ ແລກປ່ຽນເງິນຕາ ຂອງບັນດາຮ້ານຮັບແລກປ່ຽນເງິນຕາໃນທົ່ວປະເທດ ແລ ະຫ້າມບໍ່ໃຫ້ມີການແລກປ່ຍນເງິນຕາຕ່າງປະເທດແບບຊະຊາຍ ແຕ່ໄດ້ກຳນົດໃຫ້ແລກປ່ຽນທາງທະນາຄານ ພາຍໃນປະເທດລາວເທົ່ານັ້ນ.

ປັດຈຸບັນໄດ້ມີການກໍໍ່ເຫດສໍ້ໂກງຊັບຜ່ານທາງສື່ສັງຄົມອອນລາຍ ເຟສບຸ້ນ ເມັດເຊນເຈີ ວອດແອັບ ແລະ ຜ່ານທາງແອັບພິເຄຊັ່ນອື່ນໆເຊິ່ງຜູ້ກະທຳຜິດໄດ້ໃຊ້ກົນອຸບາຍດ້ວຍຫຼາຍຮູບແບບຫຼາຍວິທີການ ໃນການແລກປ່ຽນເງິນຕາຕ່າງປະເທດທີ່ບໍ່ຖືກຕ້ອງໂດຍສະເໜີໃຫ້ອັດຕາແລກປ່ຽນເງິນທີ່ສູງກວ່າທະນາຄານ ເຮັດໃຫ້ປະຊາຊົນຊາວຄ້າຂາຍມີຄວາມຕ້ອງການນຳໃຊ້ເງິນຕາຕ່າງປະເທດ ຫຼົງເຊື່ອ ແລະ ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ດັ່ງກໍລະນີທີ່ເກີດຂຶ້ນໃນວັນທີ 11 ກັນຍາ 2023 ທີ່ຜ່ານມາ, ໄດ້ມີຄົນບໍ່ດີນຳໃຊເຟສບຸກຊື່ວ່າ: ໄຊຍະເຊັນ ສຸພັນທອງ ສົ່ງມາຕົວະແລກປ່ຽນເງິນນຳ ນາງ ນາທີ ໂດຍແລກປ່ຽນເງິນຈຳນວນ 36,000 ໂດລາປ່ຽນກັບເງິນກີບ 770,400,000 ກີບ, ນາງ ນາທີ ເຫັນວ່າໄດ້ອັດຕາແລກປ່ຽນເງິນສູງກວ່າທະນາຄານຈຶ່ງຕົກລົງແລກປ່ຽນ ຈາກນັ້ນກໍໄດ້ນັດແລກປ່ຽນກັນຢູ່ທີ່ ຮ້ານກາແຟ ແຫ່ງໜຶ່ງຢູ່ແຖວນາໄຊ ໂດຍບອກວ່າຈະໃຫ້ນາງສົມບັດມາແລກປ່ຽນເງິນນຳ ເຊິ່ງກ່ອນໜ້ານັ້ນຄົນບໍ່ດີໄດ້ທຳການຕົວະໃຫ້ນາງສົມບັດມາສະໝັກເພື່ອເປັນນາຍໜ້າໄປແລກປ່ຽນກັບລູກຄ້າໃຫ້.

ເມື່ອມາຮອດສະຖານທີ່ນັດພົບຄົນບໍ່ດີກໍບອກໃຫ້ນາງ ນາທີ ໂອນເງິນໃຫ້  770,400,000 ກີບ ເຂົ້າບັນຊີນາງ ສົມບັດ ແລ້ວຈຶ່ງຈະໂອນເງິນໂດລາໃຫ້ ນາທີ ເມື່ອນາງ ນາທີ ເຫັນວ່າເປັນການແລກປ່ຽນເຊິ່ງໜ້າ ຈຶ່ງຫຼົງເຊື່ອແລ້ວໄດ້ໂອນເງິນຈຳນວນດັ່ງກ່າວໄປໃຫ່ນາງສົມບັດ ເມື່ອນາງສົມບັດໄດ້ຮັບເງິນກໍໂອນຕໍ່ໄປຫາບັນຊີອື່ນໂດຍໂອນຕາມທີ່ຄົນບໍ່ດີບອກ ເມື່ອໄດ້ໂອນສຳເລັດຄົນບໍດີກໍໄດ້ບ໋ອກເຟສບຸກ ແລະ ເບີໂທຂອງນາງ ນາທີ ແລະ ນາງ ສົມບັດ ບໍໃຫ້ຕິດຕໍ່ໄດ້.

ຈາກເຫດການດັ່ງກ່າວຫາປັດຈຸບັນໄດ້ມີເຟສບຸກຊື່: ຮ້ານ ແຕ໋ວ ຂາຍເຄື່ອງຍ່ອຍ ແລະ ບໍລິການໂອນເງິນ ເຊິ່ງເປັນເຟສທີ່ຄົນບໍ່ດີຕັ້ງຊື່ ແລະ ແຫ໋ກເຟສບຸກມາຈາກ ນາງ ສຸດທະລິນ ສີຫາລາດ ແລະ ນຳໃຊ້ຮູບຂອງຜູ້ກ່ຽວ ແອບອ້ງໂຄສະນາລົງກຸ່ມຢູ່ໃນເຟສບຸກ ວ່າມີຮ້ານໂອນແລກປ່ຽນເງິນ ແລະ ຮັບໂອນເງິນໄປຕ່າງປະເທດໃນອັດຕາເງິນແລກປ່ຽນທີ່ສູງ ເຊິ່ງໂຕຈິງບໍ່ມີຮ້ານດັ່ງກ່າວ ເມື່ອເຫຍື່ອຫຼົງເຊື່ອໄດ້ຕິດຕໍ່ເພື່ອຂໍແລກປ່ຽນກັບຄົນບໍ່ດີ ແລະ ຄົນບໍ່ດີຈະສົ່ງຕໍ່ບັນຊີຂອງບຸກຄົນທີ 3 ທີ່ຄົນບໍ່ດີເຄີຍຕິດຕໍ່ແລກປ່ຽນໃຫ້ໂອນເງິນໄປຫາບັນຊີຢູ່ໄທນັ້ນໃຫ້ ເມື່ອເຫຍື່ອໂອນເງິນໃຫ້ແລ້ວ ຄົນບໍ່ດີກໍຈະໄດ້ບ໋ອກ ເຟສບຸກຂອງເຫຍື່ອ ແລ້ວ ປ່ຽນຊື່ເພຈບຸກຕະຫຼອດເຮັດໃຫ້ເຫຍື່ອບໍ່ສາມາດຕິດຕໍໄດ້, ຕໍ່ກັບການແລກປ່ຽນຊະຊາຍນອກລະບົບ ຜູ້ປແລກປ່ຽນ ແລະ ຜູ້ທີ່ຮັບເມືອ ລ້ວນແຕ່ໄດ້ລະເມີດຕໍ່ກົດໝາຍ ວ່າດ້ວຍການຄຸ້ງຄອງເງີນຕາຕ່າງປະເທດ ເລກທີ 55/ສພສ ລົງວັນທີ 22 ທັນວາ 2014 ແລະ ຈະມີໂທດທາງອາຍາ ຕາມກົດໝດຍອາຍາມາດຕາ 285 ຕາມຂໍ້ສາມການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ການດຳເນີນທຸລະກິດເງິນຕາຕ່າງປະເທດ ຫຼື  ແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອານຸຍາດ ດັ່ງນັ້ນ, ຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ຈຶ່ງແຈ້ງມາຍັງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ເພື່ອລະວັງບໍ່ໃຫ້ຫຼົງເຊື່ອຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ.

ຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...