spot_img
Homeຂ່າວພາຍ​ໃນມອບພາຫະນະໃຫ້ແກ່ກະຊວງສາທາລະນະສຸກ

ມອບພາຫະນະໃຫ້ແກ່ກະຊວງສາທາລະນະສຸກ

Published on

ລັດຖະບານອົດສະຕຣາລີ ຮ່ວມກັບ ອົງການຢູນິເຊັບ ໄດ້ມອບລົດຕ໋ອກຕ໋ອກ ຈຳນວນ 32 ຄັນ ໃຫ້ແກ່ລັດຖະບານເເຫ່ງ ສປປ ລາວ ໃນວັນທີ 15 ກຸມພາ ທີ່ຜ່ານມາ, ທີ່ເມືອງວຽງໄຊ, ແຂວງຫົວພັນ, ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງແຂວງຫົວພັນ.

อาจเป็นรูปภาพของ รถกอล์ฟ และ ข้อความ

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ສປປ ລາວ ຕິລາຄາສູງ ຕໍ່ການສະໜັບສະໜູນຈາກອົງການຢູນິເຊັບ ເເລະ ລັດຖະບານອົດສະຕຣາລີ. ພາຫະນະເຫຼົ່ານີ້ຈະຊ່ວຍເພີ່ມການເຂົ້າເຖິງການບໍລິການດ້ານສຸຂະພາບຢ່າງກ້ວາງຂວາງໃນທົ່ວປະເທດ ແລະ ຈະຊ່ວຍໃຫ້ພະນັກງານສາທາລະນະສຸກຂອງພວກເຮົາກ້າວຂ້າມຜ່ານສິ່ງທ້າທາຍທາງດ້ານພູມສາດ, ເພື່ອເຂົ້າເຖິງ ເເລະ ສະໜອງບໍລິການອັນສຳຄັນໃຫ້ເເເກ່ຊຸ່ມຊົນທີ່ມີຄວາມສ່ຽງທີ່ສຸດ.

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

ລັດຖະມົນຕີກະຊວງສາທາລະນະສຸກກ່າວອີກວ່າ: ລົດຕ໋ອກຕ໋ອກເຫຼົ່ານີ້ຈະຖືກແຈກຢາຍໃຫ້ສຸກສາລາ ທັງໝົດ 32 ແຫ່ງໃນ 15 ແຂວງ ພາຫະນະເຫຼົ່ານີ້ມີຄວາມສະດວກສະບາຍໃນການນຳໃຊ້ ແລະ ຂັບເຄື່ອນໂດຍສີ່ລໍ້, ເຊິ່ງຈະເປັນປະໂຫຍດຫຼາຍໃຫ້ເເກ່ພະນັກງານສາທາລະນະສຸກທ້ອງຖິ່ນໃນການເຂົ້າເຖິງຊຸມຊົນທີ່ມີຄວາມສ່ຽງໃນໄລຍະລະດູຝົນ ເເລະ ຮັບປະກັນວ່າຊຸມຊົນສາມາດເຂົ້າເຖິງບໍລິການດ້ານສຸຂະພາບໄດ້ຕະຫຼອດປີ.

อาจเป็นรูปภาพของ 17 คน และ ข้อความพูดว่า "unicef ("

ທ່ານນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ, ກ່າວວ່າ: ລັດຖະບານອົດສະຕຣາລີ ພູມໃຈທີ່ໄດ້ຊ່ວຍສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການຮັບຮອງການເຂົ້າເຖິງການບໍລິການດ້ານສຸຂະພາບຂອງທຸກຄົນໃນປະເທດ. ພາຫະນະດັ່ງກ່າວໄດ້ຖືກຈັດສົ່ງໃຫ້ກັບລັດຖະບານ ແຫ່ງ ສປປ ລາວ ພາຍໃຕ້ໂຄງການທີ່ມີຊືວ່າ: VAHSI (Vaccine Access and Health Security Initiative) ມີມູນຄ່າລວມທັງໝົດປະມານ 245,000 ໂດລາສະຫະລັດ.

ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ ບໍ່ພຽງແຕ່ຈະຊ່ວຍໃຫ້ພະນັກງານສາທາລະນະສຸກສາມາດເຂົ້າເຖິງຊຸມຊົນທີ່ມີຄວາມສ່ຽງສູງເທົ່ານັ້ນ, ແຕ່ມັນຍັງສະເເດງໃຫ້ເຫັນເຖີງຄວາມມຸ່ງໝັ້ນຂອງພວກເຮົາໃນການຊອກຫາວິທີທີ່ມີນະວັດຕະກຳຕ່າງໆເພື່ອເສີມສ້າງຄວາມເຂັ້ມແຂງຂອງລະບົບສາທາລະນະສຸກ ໃນ ສປປ ລາວ ເພື່ອໃຫ້ລະບົບດັ່ງກ່າວສາມາດຮັບມືກັບສິ່ງທ້າທາຍ ເເລະ ຄວາມສ່ຽງທີ່ສາມາດເກີດຂຶ້ນເຊັ່ນ: ຄວາມສ່ຽງຂອງການລະບາດຂອງພະຍາດ, ຄວາມພະຍາຍາມທັງໝົດນີ້ກໍເເມ່ນເພື່ອຮັບປະກັນສຸຂະພາບທີ່ດີຂອງເດັກນ້ອຍ ແລະ ແມ່ຍິງທຸກຄົນໃນ ສປປ ລາວ.

ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...