spot_img
Homeຂ່າວພາຍ​ໃນກອງຮ້ອຍທະຫານຊາຍແດນ 243 ຍຶດຢາເສບຕິດ

ກອງຮ້ອຍທະຫານຊາຍແດນ 243 ຍຶດຢາເສບຕິດ

Published on

ເຈົ້າໜ້າທີ່ກໍາລັງກອງຮ້ອຍທະຫານຊາຍແດນ 243 ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ໃຫ້ຮູ້ວ່າ: ເມື່ອວັນທີ 14 ມັງກອນ ທີ່ຜ່ານມາເວລາ 22:30 ນາທີ, ໄດ້ອອກກວດກາສາລະເວນໃນຂອບເຂດຮັບຜິດຊອບໄດ້ພົບເຫັນເຮືອ 1 ລໍາ, ພ້ອມຄົນ 3 ຄົນ ພາຍຫຼັງທີ່ເຫັນເຈົ້າໜ້າທີ່ລົງເຄື່ອນໄຫວກວດກາຄົນຮ້າຍຈຶ່ງໄຫວຕົວທັນດ້ວຍການຂັບເຮືອອອກໄປກາງນໍ້າຂອງຂີ່ມຸ່ງໜ້າໄປປະເທດໄທ,ເຮັດໃຫ້ບໍ່ສາມາດຈັບຕົວຄົນຮ້າຍໄດ້ຈຶ່ງພົບເຫັນແຕ່ຂອງກາງຢາເສບຕິດປະເພດຢາໄອ 13 ເປົາ ຢູ່ແຄມນໍ້າຂອງລະຫວ່າງບ້ານນາໄຮ່ ແລະ ບ້ານສີຖານໃຕ້ ເມືອງຫາດຊາຍຟອງ ຈຶ່ງໄດ້ສົມທົບກັບກຸ່ມ 3 ແລະ ອົງການປົກຄອງບ້ານເຮັດບັດບັນທຶກຮ່ວມກັນໂດຍຊ້ອງໜ້າໄວ້ເພື່ອເປັນຫຼັກຖານ, ຈາກນັ້ນວັນທີ 15 ມັງກອນທີ່ຜ່ານມາກອງຮ້ອຍທະຫານຊາຍແດນ 243 ຈຶ່ງໄດ້ມອບສົ່ງໃຫ້ກອງບັນຊາການທະຫານ ນວ ພະແນກການທີ່ກ່ຽວຂ້ອງຈັດພິທີມອບ-ຮັບລະຫວ່າງກອງບັນຊາການທະຫານ ນວ ກັບພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ນວ ເພື່ອປະຕິບັດຕາມລະບຽບກົດໝາຍ.

ຂ່າວ: Vientain Mai

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...