spot_img
Homeຂ່າວພາຍ​ໃນຫ້າມກົດລິ້ງທີ່ສົ່ງມາຜ່ານ SMS ຫຼື Messenger

ຫ້າມກົດລິ້ງທີ່ສົ່ງມາຜ່ານ SMS ຫຼື Messenger

Published on

ໃນສັງຄົມປັດຈຸບັນ, ຫຼາຍທ່ານອາດເຄີຍເຫັນຍິນຂ່າວກໍລະນີການຖືກດູດເງິນອອກຈາກບັນຊີທະນາຄານາ, ໂດຍການສົ່ງລິ້ງແປກໆເຂົ້າມາທາງຂໍ້ຄວາມ SMS ຫຼື ທາງ Messenger, ເມື່ອຫຼົງກົດເຂົ້າໄປປາກົດວ່າຖືກດູດເງິນອອກຈາກບັນຊີໂດຍບໍ່ທັນໄດ້ຕັ້ງຕົວ, ເຊິ່ງເຫດການທີ່ເຄີຍເກີດຂຶ້ນເຮົາອາດຈະເຫັນວ່າມັກເກີດຂຶ້ນຢູ່ຕ່າງປະເທດ. ຫຼ້າສຸດ, ມີບັນຊີຜູ້ເຟສບຸກທ່ານໜຶ່ງໄດ້ອອກມາແບ່ງປັນປະສົບການ ພ້ອມທັງເຕືອນໄພທີ່ຫຼົງກົດເຂົ້າລິ້ງທີ່ສົ່ງເຂົ້າມາໃນຂໍ້ຄວາມ SMS ຫຼື ທາງ Messenger ຈົນເຮັດໃຫ້ລາວເສຍເງິນອອກຈາກບັນຊີແບບບໍ່ທັນຕັ້ງຕົວ.

ຈາກກໍລະນີມີຜູ້ໃຊ້ເຟດບຸກທ່ານໜຶ່ງອອກມາເຕືອນໄພກ່ຽວກັບການກົດລິ້ງອອນລາຍທີ່ສົ່ງມາຜ່ານຂໍ້ຄວາມ SMS ຫຼື ທາງ Messenger, ເນື່ອງຈາກຜູ້ເສຍຫາຍໄດ້ຫຼົງກົດລິ້ງດັ່ງກ່າວເຂົ້າໄປ, ພາຍຫຼັງທີ່ກົດເຂົ້າໄປກໍຖືກດູດເອົາເງິນອອກຈາກບັນຊີ, ເຊິ່ງເນື້ອໃນໂພສຂອງຜູ້ເສຍຫາຍໄດ້ເລົ່າວ່າ: ສະບາຍດີໝູ່ຄູ່ຊາວເຟສບຸກທຸກທ່ານ, ຂ້າພະເຈົ້າຢາກມາຝາກເຕືອນໃຫ້ທຸກຄົນໄດ້ມີສະຕິລະວັງຕົວໃນການໃຊ້ຊື່ອອນລາຍຕ່າງໆ…ເພາະມິດສາຊີບມັນຈະມາທຸກຮູບແບບໂດຍທີ່ເຮົາບໍ່ທັນໄດ້ຕັ້ງໂຕຖ້າມີຂໍ້ຄວາມແປກໆສົ່ງເຂົ້າມາທາງ SMS ຫລື Messenger ແລະຫຼາຍໆຊ່ອງທາງຫ້າມກົດເຂົ້າໄປເບິ່ງເດັດຂາດເພາະທ່ານອາດຕົກເປັນເຫຍື່ອຂອງມັນໂດຍບໍ່ຮູ້ໂຕ, ມື້ວານນິໄດ້ມີຂໍ້ຄວາມສົ່ງເຂົ້າມາທາງເຟສບຸກຂອງຂ້າພະເຈົ້າແລ້ວໃຫ້ເຮົາກົດເຂົ້າເບິ່ງຂ້າພະເຈົ້າໄດ້ຫຼົງກົດເຂົ້າໄປແລ້ວມັນຈະເຊື່ອມເຂົ້າບັນຊີ BCEL one ໂດຍອັດຕະໂນມັດເລີຍ (ມັນເດັ້ງຂຶ້ນມາໃຫ້ເຮົາສະແກນລາຍນິ້ວມືເພາະໂທລະສັບຂ້າພະເຈົ້າຕັ້ງສະແກນລາຍນິ້ວມືຂອງແອັບໄວ້) ໂດຍທີຂ້າພະເຈົ້າກະບໍ່ທັນໄດ້ຄິດ. ຫຼັງຈາກເຂົ້າໄປບໍ່ເກີນ2-3ນາທີ ມັນກໍດູດເງິນໃນບັນຊີອອກຢ່າງໄວຈົນໝົດເລີຍໂດຍທີ່ເຮົາບໍ່ທັນໄດ້ຕັ້ງໂຕເລີຍ, ເງິນໃນບັນຊີຂອງຂ້າພະເຈົ້າທີ່ມັນໄດ້ໄປວານນີ້ແມ່ນປະມານ4ລ້ານປາຍໂດຍທີ່ເຮົາບໍ່ສາມາດເຮັດຫຍັງທັນເລີຍ, ໂທຫາທະນາຄານກະຊ່ວຍຫຍັງບໍ່ໄດ້ເລີຍຈົນຕອນນີ້ບໍ່ກ້າຮອດເອົາເງິນເຂົ້າບັນຊີໄວ້ແລ້ວຍັງກັງວົນ ແລະ ຕົກໃຈຫຼາຍ.

ດັ່ງນັ້ນ, ຈຶ່ງຢາກອອກມາຝາກເຕືອນທຸກທ່ານໃຫ້ມີສະຕິລະມັດລະວັງຕົວ, ຢ່າຫຼົງກົດເຂົ້າລິ້ງແປກໆທີ່ສົ່ງເຂົ້າມາທາງຂໍ້ຄວາມ SMS ຫຼື Messenger ປົກກັນໄວ້ກ່ອນດີທີ່ສຸດ.

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...