ຫວຽດນາມສົ່ງອອກເຂົ້າແລ້ວ 6 ລ້ານໂຕນ ສ້າງລາຍຮັບໃຫ້ປະເທດ ເກືອບ 3 ຕື້ໂດລາ

Farmers harvest rice at a paddy field in Dong Tri village, outside Hanoi

 

ຫວຽດນາມ ສ້າງລາຍຮັບເກືອບ 3 ຕື້ໂດລາ ຈາກການສົ່ງອອກເຂົ້າຫລາຍກ່ວາ 6 ລ້ານໂຕນ ໃນໄລຍະ 11 ເດືອນທຳອິດ

ຂອງປີນີ້ ຕາມການເປີດເຜີຍຂອງສະມາຄົມອາຫານຫວຽດນາມ (VFA).

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ທັນວາຜ່ານມານີ້ວ່າ ຈົນເຖິງປັດຈຸບັນນີ້ ລາຄາເຂົ້າເປືອກໃນເຂດພື້ນທີ່ສາມ

ຫລ່ຽມປາກແ່ນ້ຳຂອງ ຢູ່ລະຫວ່າງ 5,450 ດົ່ງ (2,068 ກີບ) ໄປຈົນເຖິງ 5,750 ດົ່ງ ຕໍ່ໜຶ່ງກິໂລ (2,182 ກີບ).  ໃນປີນີ້ ຫວຽດ

ນາມຄາດວ່າຈະສົ່ງອອກເຂົ້າໃຫ້ໄດ້ 6.5 – 7 ລ້ານໂຕນ ເຊິ່ງຕະຫລາດສົ່ງອອກດັ່ງເດີມຂອງຫວຽດນາມຄື ສິງກະໂປ, ຈີນ,

ຮົ່ງກົງ, ກົດດີວົວ, ອານເຊຣີ ແລະ ອິນໂດເນເຊຍ.

 

ສະມາຄົມອາຫານຫວຽດນາມຍັງຄາດການໄວ້ອີກວ່າ ໃນປີ 2015 ຈະເປັນປີທີ່ຍາກລຳບາກຫລາຍ ສຳລັບຜູ້ປະກອບການ

ສົ່ງອອກເຂົ້າຂອງຫວຽດນາມ ເຊິ່ງຈະຕ້ອງປະເຊີນກັບການແຂ່ງຂັນທີ່ດຸເດືອດຈາກປະເທດໄທ ເນື່ອງຈາກໄທໄດ້ຟື້ນຕະ

ຫລາດເຂົ້າດັ່ງເດີມທັງໃນອາຟຣິກາ ແລະ ຂະຫຍາຍຕະຫລາດໃນອາຊີ ໂດຍສະເພາະແມ່ນຟິລິບປິນ, ອິນໂດເນເຊຍ ແລະ

ຈີນ.