spot_img
Homeຂ່າວກິລາຂ່າວເສົ້າ! ນັກກິລາເຕະບານອິນໂດເນເຊຍ ຖືກຟ້າຜ່າຂະນະແຂ່ງຂັນນັດອຸ່ນເຄື່ອງ

ຂ່າວເສົ້າ! ນັກກິລາເຕະບານອິນໂດເນເຊຍ ຖືກຟ້າຜ່າຂະນະແຂ່ງຂັນນັດອຸ່ນເຄື່ອງ

Published on

PRFM News, ສື່ມວນຊົນຂອງອິນໂດເນເຊຍລາຍງານ ເຫດການທີ່ບໍ່ຄາດຄິດເກີດຂຶ້ນເມື່ອຟ້າຜ່າລົງມາກາງສະໜາມ ໃສ່ນັກກິລາຈົນເສຍຊີວິດ ໃນລະຫວ່າງເກມການແຂ່ງຂັນນັດອຸ່ນເຄື່ອງລະຫວ່າງ ເອັບຊີ ບັນດຸງ (FC Bandung) ກັບ ເອັບບີໄອ ຊູບັງ (FBI Subang) ທີ່ສະໜາມກິລາ ສິລີວັງກີ (Siliwangi) ທີ່ເມືອງ ບັນດຸງ Bandung ແຂວງ ຈາວາ (Java) ຕັ້ງແຕ່ວັນທີ 10 ກຸມພາ 2024.

ຕາມການລາຍງານຜູ້ເຫັນເຫດການລະບຸວ່າ: ໃນຂະນະທີ່ການແຂ່ງຂັນໄດ້ດໍາເນີນໄປເປັນປົກກະຕິ ນັກເຕະຂອງທີມເອັບບີໄປ ຊູບັງ FBI Subang ກໍາລັງຈ່າຍບານໃຫ້ທີມຕົນເອງ ​ແຕ່​ແລ້ວ​ຟ້າ​ຜ່າ​ລົງກາງສະໜາມ ຖືກ​ຮ່າງ​ກາຍ​ຂອງທ້າວ ເຊັບຕຽນ ລາຣາຈາ Septian Raharja, ​ເຮັດ​ໃຫ້​ລາວ​ລົ້ມທັງຢືນ.

ລາວໝົດສະຕິ ແລະ ນອນຢູ່ພື້ນ ແຕ່ຍັງບໍ່ໄດ້ເສຍຊີວິດທັນທີ ລາວ​ໄດ້​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ໃກ້​ຄຽງ ແຕ່ໃນທີ່ສຸດເຈົ້າໜ້າທີ່ກໍບໍ່ສາມາດຊ່ວຍຊີວິດຂອງລາວໄດ້ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ ເນື່ອງຈາກຮ່າງກາຍຂອງລາວຖືກກະແສໄຟຟ້າຢ່າງກະທັນຫັນ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...