ລາວ-ລຸກຊຳບວກ ເພີ່ມທະວີການຮ່ວມມືສອງຝ່າຍ

0
357

ໃນຕອນເຊົ້າຂອງວັນທີ 8 ກຸມພານີ້, ທີ່ກະຊວງການຕ່າງປະເທດ ໄດ້ມີການພົບປະກັນສອງຝ່າຍ ລະຫວ່າງ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ຊາວີເອ ເບັດແຕນ (Xavier BETTEL) ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ ແລະ ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ ສປປ ລາວ ໃນລະຫວ່າງວັນທີ 5-9 ກຸມພາ 2024.

May be an image of 11 people and text

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງສອງປະເທດ , ສປປ ລາວ ແລະ ລຸກຊຳບວກ ພາຍຫຼັງທີ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 25 ກັນຍາ 1997 (ຄົບຮອບ 27 ປີ) ແມ່ນສືບຕໍ່ໄດ້ຮັບການຂະຫຍາຍຕົວເປັນກ້າວໆມາ, ລຸກຊຳບວກ ແມ່ນຖືເປັນຄູ່ຮ່ວມມືພັດ ທະນາທີ່ດີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ການພັດທະນາຕໍ່ ສປປ ລາວ ເຊັ່ນ: ບັນດາໂຄງການຊ່ວຍເຫຼືອຕ່າງໆ ໄດ້ປະກອບສ່ວນສຳຄັນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍກວມເອົາຫຼາຍຂະແໜງການເປັນຕົ້ນແມ່ນ ສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ, ການໂຮງແຮມ-ການບໍລິການ, ແຮງງານ ແລະ ສະຫວັດດີການສັງຄົມ (ວຽກໄພພິບັດ ແລະ ການເກັບກູ້ລະເບີດບໍ່ທັນແຕກ), ການເງິນ-ການທະນາຄານ, ການພັດທະນາຊົນນະບົດ, ພື້ນຖານໂຄງລ່າງຂອງພາກລັດ ແລະ ການຊ່ວຍເຫຼືອສໍາຄັນອື່ນໆ ໂດຍຜ່ານອົງການຈັດຕັ້ງສາກົນ. ນອກຈາກນີ້, ທັງສອງຝ່າຍ ກໍຍັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ສປຊ, ອາຊຽນ ແລະ ອື່ນໆ.

May be an image of 2 people and text

ພ້ອມນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ໂດຍເຫັນດີສືບຕໍ່ຊຸກຍູ້ສົ່ງເສີມຂະແໜງການກ່ຽວຂ້ອງຂອງສອງປະເທດ ລາວ ແລະ ລຸກຊຳບວກ, ໃນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ໃຫ້ສໍາເລັດຜົນຕາມຄາດໝາຍ, ຊຸກຍູ້ໃຫ້ມີການພົບປະແລກປ່ຽນກັນຫຼາຍຂຶ້ນ ລະຫວ່າງຄະນະຜູ້ແທນສອງປະເທດ ໃນຕໍ່ໜ້າ, ເພີ່ມທະວີຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນຕື່ມ, ໂດຍອີງໃສ່ທ່າແຮງຂອງແຕ່ລະປະເທດ, ເຫັນດີຊຸກຍູ້ໃຫ້ບັນດານັກທຸລະກິດ ແລະ ນັກລົງທຶນມີການຮ່ວມມືໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນເປັນຕົ້ນແມ່ນການທ່ອງທ່ຽວ, ການບໍລິການ-ການໂຮງແຮມ, ອຸດສາຫະກຳປຸງແຕ່ງ, ການຜະລິດດ້ານກະສິກໍາ ແລະ ອື່ນໆ.

ລັດຖະບານ ລຸກຊຳບວກ ຍິນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນໃນການຊ່ວຍສ້າງຂີດຄວາມສາມາດດ້ານການແພດແກ່ ສປປ ລາວ ໂດຍການສົ່ງຊ່ຽວຊານດ້ານການແພດຈາກເອີຣົບ ມາຝຶກອົບຮົມໃຫ້ແກ່ຝ່າຍລາວ, ການຊ່ວຍເຫຼືອສະໜອງອຸປະກອນການແພດ, ການກໍ່ສ້າງ-ສ້ອມແປງ ໂຮງໝໍ,ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການສຶກສາ ທີ່ຕິດພັນກັບວຽກທ່ອງທ່ຽວ ແລະ ຍຸຕິທຳ, ດ້ານແຮງງານ ແລະ ສະຫວັດດີການສັງຄົມ, ວຽກງານມະນຸດສະທຳ, ການເກັບກູ້ລະເບີດບໍ່ທັນແຕກ, ກະສິກຳ ແລະ ປ່າໄມ້, ສະຖິຕິແຫ່ງຊາດ ແລະ ການທະນາຄານ, ເຊິ່ງຝ່າຍລາວ ຍັງໄດ້ສະເໜີໃຫ້ມີການຮ່ວມມືໃນວຽກງານການເງິນດີຈີຕອນ ແລະ ການຊຳລະຜ່ານລະບົບດີຈີຕອນຂອງທະນາຄານ ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ, ການຄ້າ ແລະ ການທ່ອງທ່ຽວ ສປປ ລາວ ໃນຕໍ່ໜ້າ.

May be an image of 2 people and text

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ລຸກຊຳບວກ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ພ້ອມນີ້ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ. ໃນປີ 2024 ນີ້ ສປປ ລາວ ກໍໄດ້ເປີດປີທ່ອງທ່ຽວລາວ ພ້ອມທັງ ເຊີນຊວນປະຊາຊົນລຸກຊຳບວກ ມາທ່ອງທ່ຽວລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

ພາຍຫຼັງສຳເລັດການພົບປະໃນຄັ້ງນີ້, ທ່ານ ຊາວີເອ ເບັດແຕນ ໄດ້ຕາງໜ້າໃຫ້ລັດຖະບານ ລຸກຊໍາບວກ ເປັນກຽດປະດັບຫຼຽນກຽດຕິຍົດ ຈາກ ສົມເດັດ ພຣະຣາຊາ ຄຣັງ ດຸກ ແຫ່ງ ລຸກຊໍາບວກ ໃຫ້ແກ່ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປອນເມກ ດາລາລອຍ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ເພື່ອເປັນການຊົມເຊີຍ ແລະ ຍ້ອງຍໍສັນລະເສີນຕໍ່ທັງສອງທ່ານທີ່ມີຜົນງານດີເດັ່ນໃນການປະກອບສ່ວນກຳລັງແຮງທີ່ສໍາຄັນສູງເຂົ້າໃນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ ໃຫ້ເກີດດອກອອກຜົນເປັນຢ່າງດີຕະຫຼອດໄລຍະຜ່ານມາ.

(ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ)