spot_img
Homeຂ່າວຕ່າງປະເທດຕຳທ້າຍສິບລໍ້ ເສຍຊີວິດ 1 ຄົນ-ສາຫັດ 4 ຄົນ

ຕຳທ້າຍສິບລໍ້ ເສຍຊີວິດ 1 ຄົນ-ສາຫັດ 4 ຄົນ

Published on

ເວລາປະມານ 03.30 ນາທີ ຂອງວັນທີ 7 ກຸມພາ 2024, ໜ່ວຍກູ້ໄພນະຄອນພະນົມ ໄດ້ຮັບແຈ້ງເຫດອຸບັດຕິເຫດລົດຕູ້ໂດຍສານຕຳທ້າຍລົດບັນທຸກສິບລໍ້, ທີ່ເຂດຈັງຫວັດ ສະເຊິງເຊົາ,ປະເທດໄທ.

May be an image of 9 people and ambulance

ເຈົ້າໜ້າກູ້ໄພໄດ້ກວດສອບເບື້ອງຕົ້ນພົບຜູ້ໄດ້ຮັບບາດເຈັບ 16 ຄົນ, ໄດ້ຮັບບາດເຈັບສາຫັດ 4 ຄົນ ແລະ ເສຍຊີວິດ 1 ຄົນ, ເຊີ່ງເຈົ້າໜ້າທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ນຳຕົວສົ່ງໂຮງໝໍໃກ້ຄຽງໂດຍດ່ວນ.

May be an image of 3 people, ambulance, car and text

ຈາກການສອບຖາມ ຊາຍຄົນຂັບລົດຕູ້ຄັນດັ່ງກ່າວ ໄດ້ໃຫ້ຮູ້ວ່າ: ຂະນະທີ່ກຳລັງພາແຮງງານສັນຊາດລາວໄປຕໍ່ບັດທີ່ຈັງຫວັດສະແກ້ວ, ມາຮອດຈຸດເກີດເຫດເຫັນລົດບັນທຸກສິບລໍ້ຂັບຂີ່ລ້ຽວໄປມາ, ບໍລິເວນທ້າຍລົດບໍ່ມີໄຟສັນຍານ ແລະ ຫັກລ້ຽວປ່ຽນເລນມາທາງທີ່ລົດຕູ້ຂອງຕົນເອງພວມແລ່ນມາຈຶ່ງເຮັດໃຫ້ຕໍາເອົາທ້າຍລົດຢ່າງແຮງ.ຕໍ່ກັບເຫດການທີ່ເກີດຂຶ້ນ, ທາງເຈົ້າໜ້າ ແລະ ພາກສ່ວນທີ່ກ່ຽວຂ້ອງກຳລັງທຳການສືບສວນ ແລະ ຈະມີການລາຍງານໃຫ້ຊາບພາຍຫຼັງ.

ຂ່າວ: workpointnews

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...