spot_img
Homeຂ່າວພາຍ​ໃນບຸນຊ້າງ 2024 ບໍ່ມີການສວຍໂອກາດຂຶ້ນລາຄາສິນຄ້າ

ບຸນຊ້າງ 2024 ບໍ່ມີການສວຍໂອກາດຂຶ້ນລາຄາສິນຄ້າ

Published on

ທ່ານ ຈັນເພັງ ພັນທຸອາມາດ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ກ່ຽວກັບມາດຕະການຄວບຄຸມລາຄາສິນຄ້າໃນໂອກາດງານມະຫະກໍາບຸນຊ້າງ ປະຈໍາປີ 2024 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 12-18 ກຸມພານີ້ວ່າ: ທາງແຂວງໄດ້ແຕ່ງຕັ້ງຄະນະກໍາມະ ການຮັບຜິດຊອບຕິດຕາມ ແລະ ຄຸ້ມຄອງການຈໍາໜ່າຍສິນຄ້າພາຍໃນງານດັ່ງກ່າວ ເຊັ່ນ: ການຕິດລາຄາສິນຄ້າເປັນເງິນກີບ, ກວດກາສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້າອື່ນໆ. ນອກຈາກນີ້, ຍັງຈະເອົາໃຈໃສ່ຄຸ້ມຄອງລາຄາຄ່າບໍລິການບັນດາສະຖານທີ່ພັກແຮມ, ຮ້ານອາຫານ ແລະ ຮ້ານກິນດື່ມ, ຄຽງຄູ່ກັບການຄຸ້ມຄອງເພື່ອຮັບປະກັນໃຫ້ສາມາດສະໜອງສະບຽງອາຫານພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນງານ.

May be an image of 12 people and elephant

ທ່ານໃຫ້ຮູ້ຕື່ມວ່າ: ໃນແຕ່ລະໜ້າວຽກ ມີຄະນະຮັບຜິດຊອບຢ່າງລະອຽດແລ້ວ ເຊິ່ງທຸກຄົນຈະເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າຢ່າງເຂັ້ມງວດທີ່ສຸດ, ໃນນີ້ຖ້າຫາກພົບເຫັນການລະເມີດ ຫຼື ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ, ການໂລບຕາຊີງ, ສິນຄ້າບໍ່ໄດ້ມາດຕະຖານ, ສິນຄ້າໝົດອາຍຸ ແລະ ອື່ນໆຈະມີການສຶກສາອົບຮົມ, ກ່າວເຕືອນ ແລະ ປັບໄໝຕາມລະບຽບການຢ່າງເໝາະສົມຕາມແຕ່ລະກໍລະນີໜັກເບົາ.

May be an image of 5 people, elephant and textສໍາລັບງານມະຫະກໍາບຸນຊ້າງ ຄັ້ງທີ 17 ຕິດພັນກັບປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ, ພາຍໃນງານຈະມີຫລາຍກິດຈະກໍາສໍາຄັນທີ່ຕິດພັນກັບຊ້າງເຊັ່ນ: ການເດີນຂະບວນຂອງຊ້າງ, ການສູ່ຂວັນຊ້າງ, ການສະແດງຂອງຊ້າງຄໍາຮູ້, ການບໍລິການຂີ່ຊ້າງຊົມຕົວເມືອງ ແລະ ອື່ນໆ.

ຂ່າວ: ຂ່າວອອນລາຍ, ວິທະຍຸກະຈາຍສຽງແຫ່ງຊາດລາວ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...