spot_img
Homeຂ່າວພາຍ​ໃນເປີດນໍາໃຊ້ສະຖານີວິທະຍຸ-ໂທລະພາບໄຊສົມບູນ

ເປີດນໍາໃຊ້ສະຖານີວິທະຍຸ-ໂທລະພາບໄຊສົມບູນ

Published on

ພິທີມອບ-ຮັບ ແລະ ເປີດນໍາໃຊ້ສະຖານີວິທະຍຸ-ໂທລະພາບແຂວງໄຊສົມບູນຢ່າງເປັນທາງການເມື່ອບໍ່ດົນມານີ້, ໂດຍມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ທ່ານ ວຽງສະຫວັນ ວິໄລພອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ, ທ່ານ ເຈີ້ ມີຮຸ່ງ ຮອງຜູ້ອຳນວຍການໃຫຍ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກ ຖວທ ແຂວງໄຊສົມບູນ ກ່າວວ່າ: ໂຄງການກໍ່ສ້າງສະຖານີວິທະຍຸ-ໂທລະພາບແຂວງ ຕັ້ງຢູ່ບ້ານພູຫົວຊ້າງ, ເມືອງອະນຸວົງ, ແຂວງໄຊສົມບູນ, ເຊິ່ງເປັນໂຄງການຊ່ວຍເຫຼືອຈາກລັດ ຖະບານ ສສ ຫວຽດນາມ ລວມມູນຄ່າ 118 ຕື້ກວ່າດົງ (ສະກຸນເງິນຫວຽດນາມ). ໃນນັ້ນ, ທຶນຈາກຝ່າຍລັດຖະບານ ສສ ຫວຽດນາມ 115 ຕື້ກວ່າດົງ ແລະ ທຶນສົມທົບຝ່າຍລັດຖະບານລາວ 3 ຕື້ກວ່າດົງ ເລີ່ມລົງມືຈັດຕັ້ງປະຕິບັດນັບແຕ່ປີ 2020 ເປັນຕົ້ນມາ.ໂຄງການດັ່ງກ່າວປະກອບມີ: ອາຄານຫໍພັກພະນັກງານ 4 ຫ້ອງ, ອາຄານຫ້ອງສົ່ງ ແລະ ອາຄານສຳນັກງານເປັນອາຄານ 2 ຊັ້ນ, ມີປ້ອມຍາມ, ຈັກໄຟຟ້າສຳຮອງ, ອ່າງເກັບ ແລະ ເຈາະນໍ້າບາດານ, ກຳແພງເບຕົງເສີມເຫຼັກອ້ອມສະຖານີ, ເສົາອັງແຕນສູງ 75 ແມັດ, ຕິດຕັ້ງອຸປະກອນຮັບ-ສົ່ງສັນຍານ ແລະ ດຶງສາຍໄຟຟ້າເຊື່ອມເຂົ້າຫ້ອງສົ່ງ, ຕິດຕັ້ງອຸປະກອນເຄື່ອງສົ່ງສັນຍານວິທະຍຸກຳລັງສົ່ງ 10 Kw, ຄື້ນຄວາມຖີ່ FM 104,5 Mhz. ໂອກາດນີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພັກ-ລັດຖະບານ ສສ ຫວຽດນາມ ກໍຄືຄະນະພັກ, ຄະນະນຳຂອງສະຖານີວິທະຍຸ-ໂທລະພາບ ສສ ຫວຽດນາມ ທີ່ໄດ້ເປັນຫ່ວງເປັນໃຍ ແລະ ຊ່ວຍເຫຼືອແຂວງໄຊສົມບູນມາໂດຍຕະຫຼອດ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ພິເສດ, ສະຖານີວິທະຍຸ-ໂທລະພາບແຂວງໄຊສົມບູນແຫ່ງນີ້ ຈະກາຍເປັນສັນຍາລັກແຫ່ງຄວາມສາມັກຄີອັນດູດດື່ມ ແລະ ການພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

ຂ່າວ: ຂປລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...