spot_img
Homeຂ່າວທ້ອງຖິ່ນງານເທສະການດອກງິ້ວບານຄັ້ງທີ 21 ທີ່ສາມຫຼ່ຽມຄຳ ແຂວງບໍ່ແກ້ວ

ງານເທສະການດອກງິ້ວບານຄັ້ງທີ 21 ທີ່ສາມຫຼ່ຽມຄຳ ແຂວງບໍ່ແກ້ວ

Published on

ເທດສະການດອກງິ້ວບານ ຄັ້ງທີ XXI ປີ 2024 ຈັດຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນ 2024 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມ, ພ້ອມດ້ວຍບັນດາທ່ານການນໍາພັກ-ລັດຈາກສູນກາງ ທ້ອງຖິ່ນ ອະດີດການນໍາ ແຂກຖືກເຊີນຈາກ ສປ ຈີນ, ຫວຽດນາມ, ໄທ, ມຽນມາ ນັກທຸລະກິດ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ກ່າວວ່າ: ເທສະການດອກງິ້ວບານ ເປັນເຫດການທີ່ມີຄວາມໝາຍສໍາຄັນ ເປັນປາງບຸນໃຫຍ່ທີ່ຊາວແຂວງບໍ່ແກ້ວ ຈັດຕັ້ງປະຕິບັດແຕ່ປີ 2000 ເປັນຕົ້ນມາ ເຊິ່ງປີ 2024 ເປັນຄັ້ງທີ XXI ທັງເປັນປະເພນີທີ່ເປັນເອກະລັກຂອງຊາວແຂວງບໍ່ແກ້ວ ໃນລະດູບານໃໝ່ຂອງທຸກປີຄືງານເທສະ ການດອກງິ້ວບານ ທີ່ປະຊາຊົນບັນດາເຜົ່າຊາວເມືອງຕົ້ນເຜິ້ງ ທີ່ໄດ້ອະນຸຮັກ ປົກປັກຮັກສາຈົນເຖິງປັດຈຸບັນ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ທີ່ໄດ້ເສີມສ້າງ ແລະ ພັດທະນາຫຼາຍກິດຈະກໍາທີ່ສວຍສົດງົດງາມຢູ່ສະຖານທີ່ດັ່ງກ່າວ.

ທ່ານໄດ້ກ່າວຕື່ມອີກວ່າ: ການຈັດເທສະການດອກງິ້ວບານມີຈຸດປະສົງເພື່ອສົ່ງເສີມ ແລະ ປົກປັກຮັກສາຄວາມເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ຂອງຊາດ ເປັນການເປີດກິດຈະກໍາການທ່ອງທ່ຽວລະດັບຊາດ ຕາມທີ່ລັດຖະບານໄດ້ກໍານົດເອົາເທສະການບຸນດອກງິ້ວບານ ເປັນກິດຈະກໍາການທ່ອງທ່ຽວລະດັບຊາດຢູ່ແຂວງບໍ່ແກ້ວ ແນໃສ່ສົ່ງເສີມການທ່ອງ ທ່ຽວທໍາມະຊາດຂອງດອນຊາວ ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວຄົບວົງຈອນຢູ່ເຂດເສດຖະ ກິດພິເສດສາມຫຼ່ຽມຄໍາ ເພື່ອເຊີນຊວນມວນຊົນທຸກແຫ່ງຫົນເຂົ້າມາທ່ຽວຊົມ ເປັນການຊຸກຍູ້-ສົ່ງເສີມການລົງທຶນ ການສົ່ງເສີມງານຕະຫຼາດນັດ ການແລກປ່ຽນສິນຄ້າ ການເສີມຂະຫຍາຍຄວາມສາມັກຄີຮັກແພງຂອງປະຊາຊົນບັນດາເຜົ່າ ເທສະການຄັ້ງນີ້ປະກອບມີກິດຈະກໍາສໍາຄັນຕ່າງໆ ເປັນຕົ້ນການຄັດເລືອກນາງສາວດອກງິ້ວບານ ປະຈໍາປີ 2024 ການຄັດເລືອກນາງສາວທ່ອງທ່ຽວລາວ ປະຈໍາປີ 2024 ການສະ ແດງສິລະປະ-ວັນນະຄະດີຈາກລາວ ສປ ຈີນ ໄທ ແລະ ມຽນມາ ການແຂ່ງຂັນກີລາກ໊ອຟ ຊີງຖ້ວຍລາງ ວັນດອກງິ້ວຄໍາ ຄັ້ງທີ 1 ການວາງສະແດງ ແລະ ຈໍາໜ່າຍສິນຄ້າ ການແຂ່ງກີລາຕີມວຍ ລວມທັງຮີດ ຄອງປະເພນີ ວິຖີການດໍາລົງຊີວິດ 13 ເຜົ່າ ໃນແຂວງບໍ່ແກ້ວ ການສະແດງບິນໂດຣນ ຈູດບັ້ງໄຟດອກ ປ່ອຍໂຄມໄຟ ແລະ ອື່ນໆ ເຊິ່ງເປີດໃຫ້ມວນຊົນພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມເຖິງວັນທີ 28 ມັງກອນ 2024.

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...