spot_img
Homeຂ່າວຕ່າງປະເທດເຮືອຫຼົ້ມເສຍຊີວິດ 12 ຄົນ ທີ່ປະເທດອິນເດຍ

ເຮືອຫຼົ້ມເສຍຊີວິດ 12 ຄົນ ທີ່ປະເທດອິນເດຍ

Published on

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ເມື່ອວັນທີ 18 ມັງກອນທີ່ຜ່ານມາເກີດເຫດເຮືອຂ້າມຟາກລຳໜຶ່ງ ຫຼົ້ມລົງໃນທະເລສາບຮານີ (Harni Lake) , ເມືອງວາໂດດາຣາ (Vadodara) , ລັດຄຸຊະຣາດ, ປະເທດອິນເດຍ, ເຊິ່ງເປັນຂະບວນໂດຍສານ ຂອງນັກຮຽນ ແລະ ຄູອາຈານທີ່ກຳລັງພາກັນໄປທັດສະນະສຶກສາ.

Lake rescue underway

ທ່ານ ອະນຸພຳ ສິງ ເກລັອດ ເຈົ້າໜ້າທີ່ຕຳຫຼວດເມືອງດັ່ງກ່າວໄດ້ໃຫ້ຮູ້ວ່າ: ອຸບັດຕິເຫດທີ່ເກີດຂຶ້ນແມ່ນມີຜູ້ເສຍຊີວິດແລ້ວ 12 ຄົນ, ເປັນນັກຮຽນ 10 ຄົນແລະ ຄູອາຈານ 2 ຄົນ, ໃນຂະນະນີ້ເຈົ້າໜ້າທີ່ກຳລັງທຳການສືບສວນຫາສາເຫດທີ່ເຮັດໃຫ້ເຮືອລຳ ດັ່ງກ່າວຫຼົ້ມກາງທະເລສາບ, ແຕ່ຈາກການສືບສວນເບື້ອງຕົ້ນໃຫ້ຮູ້ວ່າ ຜູ້ໂດຍສານທັງໝົດແມ່ນບໍ່ໄດ້ມີການໃສ່ເສື້ອຊູຊີບໃນຂະນະທີ່ຢູ່ໃນເຮືອລຳດັ່ງກ່າວ.ເຮືອລຳນີ້ໄດ້ມີຜູ້ໂດຍສານທັງໝົດປະມານ 27 ຄົນ, ເຊິ່ງເຈົ້າໜ້າທີ່ສາມາດຊ່ວຍເຫຼືອຜູ້ປະສົບເຫດ ໄດ້ຈຳນວນ 7 ຄົນ ແລະ ນຳສົ່ງໂຮງໝໍທີ່ໃກ້ຄຽງໂດຍດ່ວນ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...