Homeຂ່າວພາຍ​ໃນປກສ ເມືອງອຸທຸມພອນ ສຶກສາໄວໜຸ່ມ ຂັບຂີ່ລົດໄວ ໃຊ້ສຽງດັງກໍ່ກວນເມືອງ

ປກສ ເມືອງອຸທຸມພອນ ສຶກສາໄວໜຸ່ມ ຂັບຂີ່ລົດໄວ ໃຊ້ສຽງດັງກໍ່ກວນເມືອງ

Published on

ໃນທ້າຍອາທິດທີ່ຜ່ານມາ, ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ສຶກສາອົບຮົມ ກຸ່ມເປົ້າໝາຍໄວໜຸ່ມ ທີ່ຂັບຂີ່ລົດໄວ ໃຊ້ສຽງດັງໃນຢາມກາງຄືນ ແລະ ຍຶດລົດ 18 ຄັນ ທີ່ດັດແປງສະພາບເຕັກນິກລົດໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ສາຄອນ ສີສຸກ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ມີບັນດາຄະນະພະແນກວິຊາການ ນັກຂັບຂີ່ ພ້ອມທັງຜູ້ປົກຄອງເຂົ້າຮ່ວມ.

ທ່ານ ພັນຕີ ຄຳຕັນ ຮຽນໄຊບຸນຍະເລດ ຮອງຫົວໜ້າພະແນກກອງບັນຊາການ ປກສ ເມືອງ ໄດ້ຍົກໃຫ້ເຫັນບາງມາດຕາຂອງກົດໝາຍວ່າດ້ວຍການສັນຈອນທາງບົກ ກ່ຍວກັບມາດຕະການຕໍ່ຜູ້ລະເມີດກົດລະບຽບການສັນຈອນທີ່ດັດແປງ ສະພາບເຕັກນິກໃຊ້ສຽງດັງກວນເມືອງເກີນຂອບເຂດ ບໍ່ໃສ່ໝວກກັນກະທົບ ໃນເວລາຂັບຂີ່ລົດ ໃຊ້ເສັ້ນທາງຫຼວງທີ່ຖືກຕ້ອງ ແລະ ບັນຫາອື່ນໆ

ສຳລັບໄວໜຸ່ມທີ່ມາສຶກສາອົບຮົມໃນຄັ້ງນີ້ແມ່ນຢາກໃຫ້ຮູ້ຈັກລບະບຽບກົດໝາຍຂອງການຂັບຂີ່ ລົດຕາມທ້ອງທະໜົນຫຼວງ ຮູ້ຈັກກົດລະບຽບຂອງຈະລາຈອນ ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງຕ້ອງໄດ້ເອົາໃຈໃສ່ຕິດຕາມລູກຫຼານຂອງຕົນ, ບໍ່ໃຫ້ໄປດຶກດືນ ບໍ່ໃຫ້ມີການຂັບລົດໄວ ໃຊ້ສຽງດັງທີ່ສ້າງຄວາມລົບກວນໃຫ້ຜູ້ອື່ນ ສ່ວນລົດທີ່ເຈົ້າໜ້າທີ່ກັກມາໃນຄັ້ງນີ້ມີທັງໝົດ 18 ຄັນ ໃນນີ້ມີດັດແປງສະພາບເຕັກນິກປະກອບມີ : ຢາງນ້ອຍ, ທໍ່ດັງ, ໃຊ້ສຽງດັງເກີນຂອບເຂດ ພ້ອມນີ້ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນຈົ່ງເອົາໃຈໃສ່ ການປະຕິບັດລະບຽບ ແລະ ເປັນເຈົ້າການໃຫ້ພໍແມ່ຜູ້ປົກຄອງເອົາໃຈໃສ່ ສຶກສາອັບຮົມລູກຫຼານຂອງຕົນ ແລະ ນັກຂັບຂີ່ແຕ່ລະຄົນໃຫ້ເຂົ້າໃຈ ທັງປະຕິບັດຢ່າງເຂັ້ມງວດ ພ້ອມທັງເຮັດບົດບັນທຶກ ກັບພໍ່ແມ່ຜູ້ປົກຄອງ ແລະ ອຳນາດການປົກຄອງຕື່ມອີກ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...