spot_img
Homeນານາສາລະການນອນໜ້ອຍສ່ຽງເກີດເປັນໂຣກຫຼາຍກວ່າທີ້່ທ່ານຮູ້!

ການນອນໜ້ອຍສ່ຽງເກີດເປັນໂຣກຫຼາຍກວ່າທີ້່ທ່ານຮູ້!

Published on

ການນອນທີ່ມີປະສິດທິຜົນຄວນຢູ່ທີ່ 6-8 ຊົ່ວໂມງຕໍ່ມື້ເພາະວ່າໃນຂະນະທີ່ພວກເຮົານອນ ມັນເປັນເວລາທີ່ຮ່າງກາຍສາມາດພັດທະນາຂະບວນການທີ່ສໍາຄັນຕ່າງໆໄດ້ຢ່າງເຕັມທີ່. ຖ້າເຮົານອນບໍ່ພຽງພໍ ຫຼືນອນຫນ້ອຍກວ່າ 6 ຊົ່ວໂມງຕໍ່ມື້, ສະສົມຕາມເວລາ ອາດຈະເຮັດໃຫ້ເກີດບັນຫາສຸຂະພາບ ລວມທັງການສ່ຽງເປັນໂຣກເຫຼົ່ານີ້.

1 ໂຣກອ້ວນ: ການຂາດການນອນຫລັບເຮັດໃຫ້ລະບົບການຈະເລີນເຕີບໂຕຜິດປົກກະຕິ, ເຮັດໃຫ້ທ່ານຮູ້ສຶກອີ່ມຊ້າລົງແລະມີຄວາມຢາກອາຫານເພີ່ມຂຶ້ນສໍາລັບອາຫານທີ່ມີໄຂມັນ.

ສະພາບທີ່ຮ່າງກາຍມີໄຂມັນສະສົມຫຼາຍກວ່າປົກກະຕິ ຫຼື ຫຼາຍກວ່າທີ່ຮ່າງກາຍສາມາດເຜົາຜານໄດ້ ດັ່ງນັ້ນ, ພະລັງງານທີ່ຍັງເຫຼືອແມ່ນຖືກເກັບໄວ້ໃນຮູບແບບຂອງໄຂມັນໃນອະໄວຍະວະຕ່າງໆ. ເຊິ່ງມີຄວາມສ່ຽງທີ່ຈະເຮັດໃຫ້ເກີດບັນຫາສຸຂະພາບ ແລະເປັນສາເຫດຂອງພະຍາດຊໍາເຮື້ອຕາມມາ.

2 ໂຣກເບົາຫວານ: ການນອນໜ້ອຍກວ່າ 6 ຊົ່ວໂມງ/ມື້ ຈະເຮັດໃຫ້ລະດັບນໍ້າຕານໃນເລືອດ ແລະ ອິນຊູລີນໃນເລືອດສູງຂຶ້ນ.

ບາງຄັ້ງພະຍາດເບົາຫວານກໍສາມາດເກີດຂື້ນໂດຍບໍ່ມີອາການໃດໆ ແລະ ຄ່ອຍທກໍ່ໂຕຂຶ້ນ ຖ້າລະດັບນໍ້າຕານໃນເລືອດບໍ່ໄດ້ຖືກກວດ ເຈົ້າຈະບໍ່ຮູ້ວ່າເຈົ້າເປັນພະຍາດເບົາຫວານ. ຈົນກວ່າພະຍາດດັ່ງກ່າວຈະຂະຫຍາຍຫຼາຍຂຶ້ນຈຶ່ງຈະຮູ້ຕົວ ຄວນສັງເກດຕົວເອງດ່ວນ ວ່າມີອາການເປັນເບົາຫວານ ຫຼື ບໍ່?

3 ໂຣກນອນບໍ່ຫຼັບຊໍາເຮື້ອ ໃຊ້ເວລາດົນກວ່າ 30 ນາທີ ໃນການນອນຫຼັບ, ຕື່ນໆນອນໆຕະຫຼອດຄືນ

ການນອນບໍ່ພຽງພໍ ເຮັດໃຫ້ຄວາມສາມາດໃນການຮຽນຮູ້ໃນມື້ຕໍ່ມາຫຼຸດລົງ. ການສຶກສາໄດ້ສະແດງໃຫ້ເຫັນວ່າການນອນຫນ້ອຍກວ່າ 8 ຊົ່ວໂມງຕໍ່ມື້ ເຮັດໃຫ້ເດັກນ້ອຍ ແລະ ໄວລຸ້ນມີການຮຽນຮູ້ໃນຄະນິດສາດ ແລະ ພາສາຫຼຸດລົງ ມັເຮັດໃຫ້ສະມາທິຫຼຸດລົງ, ເພີ່ມຄວາມເມື່ອຍລ້າ ແລະ ອ່ອນເພຍຫຼາຍຂຶ້ນ ແລະ ມັນຍັງກ່ຽວຂ້ອງກັບພາວະຊຶມເສົ້າ. ນອກຈາກນັ້ນ, ການນອນຫຼັບ ຍັງກ່ຽວຂ້ອງກັບການເຮັດວຽກຂອງລະບົບພູມຕ້ານທານໃນຮ່າງກາຍ.

4 ໂຣກຫົວໃຈ: ການນອນໜ້ອຍ ຫຼື ນອນບໍ່ພຽງພໍ ເຮັດໃຫ້ເກີດຄວາມດັນເລືອດສູງຜິດປົກກະຕິ ມີຄວາມສ່ຽງຕໍ່ການເປັນພະຍາດຫົວໃຈຫຼາຍກວ່າ 2 ເທົ່າ.

ພະຍາດຫົວໃຈໝາຍເຖິງພະຍາດຕ່າງໆ ທີ່ສົ່ງຜົນກະທົບຕໍ່ການເຮັດວຽກຂອງຫົວໃຈ. ໂດຍຄວາມຜິດປົກກະຕິທີ່ເກີດຂື້ນໃນສ່ວນຕ່າງໆຂອງຫົວໃຈ ນີ້ເຮັດໃຫ້ໂຣກຫົວໃຈມີອາການທີ່ແຕກຕ່າງກັນສໍາລັບແຕ່ລະປະເພດ.

ທີ່ມາ: ໂຮງໝໍ ສີນັກຄະລິນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...