spot_img
Homeຂ່າວຕ່າງປະເທດຄົນຮ້າຍໃສ່ໜ້າກາກ ຈັບປືນບຸກສະຖານີໂທລະພາບ ໃນເອກວາກໍ

ຄົນຮ້າຍໃສ່ໜ້າກາກ ຈັບປືນບຸກສະຖານີໂທລະພາບ ໃນເອກວາກໍ

Published on

ສຳນັກຂ່າວ BBC ລາຍງານໃນວັນທີ 9 ມັງກອນ 2024 ໄດ້ເກີດເຫດລະທຶກຂວັນຂຶ້ນ ເມື່ອກຸ່ມມືປືນສວນໜ້າກາກບຸກຫ້ອງສະແດງຊອງສະຖານີໂທລະພາບ TC Television ໃນເມືອງກົວຍາກິວ ປະເທດເອກວາດໍ ຂະນະມີການຖ່າຍທອດສົດລາຍການຂ່າວ.

ຊາຍກຸ່ມດັ່ງກ່າວໄດ້ໃຊ້ອາວຸດປືນສັ້ນ ແລະ ອ້າງວ່າມີວັດຖຸລະເບີດ ຂົ່ມຂູ່ໃຫ້ພະນັກງານໃຫ້ນັ່ງ ຫຼື ມອບລົງກັບພື້ນ ແລະ ຍັງໄດ້ຍິນສຽງຄ້າຍປືນດັງຂຶ້ນແຕ່ຍັງບໍ່ຊັດເຈນວ່າມີເຈົ້າໜ້າທີ່ໄດ້ຮັບບາດເຈັບຫຼືບໍ່ ປະມານ 15 ນາທີ ກ່ອນທີ່ພາບຖ່າຍທອດສົດຈະຖືກຕັດອອກ.

ທາງດ້ານ ນາງ ອະລີນາ ມັນຣິເກ ຫົວໜ້າຝ່າຍຂອງຂອງສະຖານີໂທລະພາບ TC ໄດ້ລາຍງານວ່າ: ເກີດເຫດຢູ່ໃນຫ້ອງຄວບຄຸມກົງກັນຂ້າມກັບຫ້ອງສະຕູດີໂອ,  ເຊິ່ງໃນເວລາຕໍ່ມາຄົນຮ້າຍບາງຄົນໄດ້ແລ່ນອກຈາກສະຕູດີໂອ ແລະ ລີ້ຢູ່ບໍລິເວນອາຄານອື່ນ ເມື່ອໄດ້ຍິນວ່າພວກເຂົາກຳລັງຖືກຕຳຫຼວດປິດລ້ອມອາຄານດັ່ງກ່າວ.

ຢ່າງໃດກໍຕາມ ຜູ້ບັນຊາການຕຳຫຼວດແຫ່ງຊາດເອກວາດໍໄດ້ປະກາດໃນເວລາຕໍ່ມາວ່າ: ເຈົ້າໜ້າທີ່ສາມາດຈັບກຸມຜູ້ກໍ່ເຫດໄດ້ທັງໝົດ 13 ຄົນ ໄວ້ໄດ້ ພ້ອມກັບຍຶດອາວຸດປືນ ແລະ ວັດຖຸລະເບີດ, ທັງນີ້ປະເທດເອກວາດ ກຳລັງຢູ່ໃນສະຖານາກະສຸກເສີນ ຫຼັງຈາກຈາກ ອາດໍໂຟ ຟິໂຕ ມາຊິອັສ ຫົວໜ້າແກ້ງກໍ່ການຮ້າຍ ໄດ້ຫຼົບໜີອອກຈາກຄຸກ ເຊິ່ງບັງຄັບໃຊ້ 60 ມື້, ນອກຈາກນີ້ນັບຕັ້ງແຕ່ມີການປະກາດສະຖານະການສຸກເສີນ ຕຳຫຼວດ 7 ຄົນໃນ 3 ເມືອງໄດ້ຖືກລັກພາຕົວ ເຈົ້າໜ້າທີ່ຄາດວ່າອາດເຫດການຫຼ້າສຸດ ມີຄວາມກ່ຽວຂ້ອງກັບການໜີອອກຈາກຄຸກ ຂອງຫົວໜ້າແກ້ງອີກດ້ວຍ.

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...