spot_img
Homeຂ່າວຕ່າງປະເທດແຜ່ນດິໄຫວ 6.7 ຮິກເຕີທີ່ເກາະໃນປະເທດຟິລິປິນ

ແຜ່ນດິໄຫວ 6.7 ຮິກເຕີທີ່ເກາະໃນປະເທດຟິລິປິນ

Published on

ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 9 ມັງກອນ 2024 ນີ້ເກີດເຫດແຜ່ນດິນໄຫວຂະນາດ 6.7 ຣິກເຕີ  ເຊິ່ງນັກສຳຫຼວດທໍລະນີວິທະຍາ ສະຫະລັດອາເມຣິກາ ໄດ້ລະບຸວ່າ: ເຫດແຜ່ນດິນໄຫວໃນຄັ້ງນີ້ເກີດຂຶ້ນທີ່ຊາຍຝັງຕອນໃຕ້ ຂອງປະເທດຟິລິປິນ ປະມານ 100 ກິໂລແມັດທາງຕາເວັນອອກສຽງເໜືອຂອງ ແຂວງ ຊາຣັງການີ ເຖິງເກາະມິນດາເນົາ ແລະ ເລິກລົງໄປປະມານ 70 ກິໂລແມັດ.

ໃນຂະນະທີ່ລະບົບເຕືອນໄພສຶນາມິສະຫະລັດ ແລະ ໜ່ວຍງານດ້ານແຜ່ນດິນໄຫວຂອງຟິລິປິນລະບຸວ່າ: ແຮສັ່ນສະເທືອນດັ່ງກ່າວບໍ່ກໍ່ໃຫ້ເກີດສຶນາມິ ລວມເຖິງຍັງບໍ່ມີລາຍາງນຜູ້ເສຍຊີວິດ ຫຼື ຄວາມເສຍຫາຍຮຸນແຮງ.

ກ່ອນໜ້ານີ້ ຟິລິປິນກໍ່ເຄີຍເກີດແຜ່ນດິນໄຫວຂະນາດ 7.6 ຮິກເຕີ ຢູ່ເທິງຊາຍຝັ່ງເກາະມິນດາເນົາ ເມື່ອເດືອນທັນວາ 2023 ທີ່ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 3 ຄົນ ແລະ ບາດເຈັບຈຳນວນໜຶ່ງ ແລະ ບ້ານເຮືອນໄດ້ຮັບຄວາມເສຍຫາຍເລັກນ້ອຍ.

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...