Homeຂ່າວຕ່າງປະເທດຢຸດອອກອາກາດແລ້ວ! ລາຍການ "ເລື່ອງຈິງຜ່ານຈໍ"

ຢຸດອອກອາກາດແລ້ວ! ລາຍການ “ເລື່ອງຈິງຜ່ານຈໍ”

Published on

ອີງຕາມສຳນັກຂ່າວໄທ ລາຍງານໃນວັນທີ 4 ມັງກອນ 2024 ລາຍງານການປິດຕຳນານ 24 ປີ ຂອງລາຍການດັງ ເລື່ອງຈິງຜ່ານຈໍ ຢຸດອອກອາກາດແລ້ວ ເຊິ່ງກ່ອນໜ້ານີ້ກໍມີລາຍການດັງຢ່າງ ຄະດີເດັດ ທີ່ຢູ່ຄຽງຄູ່ກັບທ່ານຜູ້ຊົມມາດົນກວ່າ 20 ປີ ກໍໄດ້ຢຸດການອອກອາກາດເປັນທີ່ຮຽບຮ້ອຍແລ້ວ.

ເຊິ່ງລາຍການ ເລື່ອງຈິງຜ່ານຈໍ ໄດ້ອອກອາກາດຕັ້ງແຕ່ວັນທີ 15 ສິງຫາ ປີ 1999 ຖືເປັນການປິດຕຳນານລາຈໍແລ້ວ 24 ປີ ກັບ 4 ເດືອນ ແລະ 21 ມື້, ຢ່ງໃດກໍຕາມ ແຟນໆລາຍການດັ່ງກ່າວຍັງສາມາດຕິດຕາມລາຍການ ເລື່ອງຈິງຜ່ານຈໍ ໄດ້ຜ່ານຊ່ອງທາງອອນລາຍ.

ສຳລັບລາຍການເລື່ອງຈິງຜ່ານຈໍ ເປັນລາຍການທີ່ນຳສະເໜີເລື່ອງລາວທີ່ໄດ້ຈາກຄລິບກ້ອງວົງຈອນປິດ ເນັ້ນການນຳສະເໜີພາບຈິງ ສຽງຈິງ ເຊິ່ງມີການປ່ຍນພິທີກອນມາແລ້ວຫຼາກຫຼາຍ.

ທີ່ມາ: ມະຕິຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...