spot_img
Homeຂ່າວຕ່າງປະເທດເກືອບບໍ່ລອດ! ຜູ້ໂດຍສານ 117 ຄົນຕົກໃຈ ປ່ອງຢ້ຽມເຮືອບິນຫຼຸດກາງອາກາດ

ເກືອບບໍ່ລອດ! ຜູ້ໂດຍສານ 117 ຄົນຕົກໃຈ ປ່ອງຢ້ຽມເຮືອບິນຫຼຸດກາງອາກາດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 7 ມັງກອນ 2024, ເກີດເຫດການທີ່ບໍ່ຄາດຄິດຂຶ້ນ ເມື່ອເຮືອບິນໂດຍສານຂອງສາຍການບິນ ອາລາສກາ ແອລາຍ ເກີດປ້ອງຢ້ຽມລະເບີດກາງອາກາດຈາກພຶ້ນດິນ 5 ກິໂລແມັດ ຈຶ່ງເຮັດໃຫ້ຜູ້ໂດຍສານລວມເຖິງນັກບິນ 117 ຄົນຢ້ານ ແລະ ເຮືອບິນຕ້ອງລົງຈອດສຸກເສີນທີ່ສະໜາມບິນເດີມ.

ຕາມການລາຍງານ ສາຍການບິນຫາກໍເລີ່ມໃຊ້ເຮືອບິນລຳດັ່ງກ່າວໄດ້ 8 ອາທິດເທົ່ານັ້ນ, ເຊິ່ງຖ້ຽວບິນ 1282 ກຳລັງມຸ້ງໜ້າຈາກພອດແລນ ຈາກລັດອໍລິກອນ ໄປ ອອນແທລີໂອ ໃນລັດແຄລິຟໍເນຍ ເຊິ່ງເຫດການດັ່ງກ່າວເກີດຂຶ້ນຫຼັງເຮືອບິນຂຶ້ນຈາກໜ້າດິນປະມານ 40 ນາທີ.

ທາງດ້ານສຳນັກງານບໍລິຫານການບິນກາງສະຫະລັດ (FAA) ມີຄຳສັ່ງໃຫ້ພັກການໃຊ້ງານເຮືອບິນ ຂອງບໍລິສັດ ໂບອິ້ງ 737 MAX 9 ຈຳນວນໜຶ່ງໃນສະຫະລັດທັນທີ ເພື່ອເລັ່ງກວດສອບຄວາມປອດໄພຂອງເຮືອບິນລຸ້ນນີ້, ສ່ວນທາງ ສາຍການບິນ ອາລາສກາ ແອລາຍ ປະກາດລະງັບການບິນລຸ້ນ 737 MAX 9 ທັງໝົດ 65 ລຳຂອງສາຍການບິນຊົ່ວຄາວເພື່ອກວດສອບຄວາມປອດໄພຢ່າງເຕັມຮູບແບບ ຄາດວ່າຈະສົ່ງຜົນກະທົບເຖິງເຮືອບິນລຸ້ນນີ້ປະມານ 171 ລຳທົ່ວໂລກ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...