spot_img
Homeຂ່າວກິລາກະຊວງ ສສກ ມອບໃບຍ້ອງຍໍຫຼານນ້ອຍ ດັບເບິນຢູໄອຈີ ນາຄາ ກຽມຄວາມພ້ອມໄປບາເຊໂລນ່າ

ກະຊວງ ສສກ ມອບໃບຍ້ອງຍໍຫຼານນ້ອຍ ດັບເບິນຢູໄອຈີ ນາຄາ ກຽມຄວາມພ້ອມໄປບາເຊໂລນ່າ

Published on

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ມອບໃບຍ້ອງຍໍ ແລະ ເງິນໂບນັດ ຈຳນວນ 10 ລ້ານກີບ ໃຫ້ແກ່ຫຼານນ້ອຍນັກກິລາ ສະໂມສອນ ດັບເບິນໄອຈີ ນາຄາ ຫຼື WIG NAGA ທີ່ສ້າງຜົນງານເປັນກຽດຊື່ສຽງໃຫ້ແກ່ປະເທດຊາດ ດ້ວຍການຄອງແຊ໋ມເຕະບານ 6 ຮັບ 1 ຄົນ ລາຍການ TAR Asia Qualifiers ຈາກໂຮງຮຽນ Oscar International School ທີ່ນະຄອນຫຼວງ ບາງກອກ ປະເທດໄທ ເປັນເຈົ້າພາບ ກາຍເປັນຕົວແທນໃຫ້ແກ່ ສປປ ລາວ ໃນຂົງເຂດ ອາຊີ ກຽມກຽມສືບຕໍ່ເຂົ້າຮ່ວມການແຂ່ງຂັນຮອບສຸດທ້າຍ ລາຍການທີ່ຫຼາຍສະໂມສອນ ໃນທົ່ວໂລກໄຝຝັນ ຢາກຈະໄປເມືອງນີ້ ເມືອງບາເຊໂລນ່າ ປະເທດແອັດສະປາຍ ຈະຈັດຂຶ້ນໃນເດືອນເມສາ 2024 ນີ້.

ພິທີມອບ-ຮັບໃບຍ້ອງຍໍໃນຄັ້ງນີ້ ຈັດຂຶ້ນ ເມື່ອວັນທີ 29 ທັນວາ ຜ່ານມາ ທີ່ຫ້ອງການປະສານງານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ຕາງໜ້າມອບໂດຍ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ແລະ ຕາງໜ້າຮັບໂດຍທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄອລ ພ້ອມດ້ວຍບັນດາຄະນະກົມ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ສຳລັບການຍ້ອງຍໍໃນຄັ້ງນີ້ ທາງກະຊວງ ສສກ ໄດ້ມອບໃຫ້ແກ່ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄະນະ, ທ່ານ ວຽງໄຊ ວິໄລກຸນ ຮອງຫົວໜ້າຄະນະ, ທ່ານ ບຸນມີ ໄຊຍະວົງ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ເປັນຄະນະ ນອກນັ້ນ ກໍຍັງມີຄະນະຄູຝຶກ ແລະ ນັກກິລາ ທີ່ໄດ້ຮັບການຍ້ອງຍໍຈາກກະຊວງດັ່ງກ່າວຢ່າງສົມກຽດອີກດ້ວຍ.

ມາຮອດປັດຈຸບັນ ມີຫຼາຍພາກສ່ວນໃຫ້ການສະໜັບສະໜູນຫຼານນ້ອຍ ສະມໂມສອນ ດັບເບິນໄອຈີ ນາຄາ ລວມມູນຄ່າ 200 ກວ່າລ້ານແລ້ວ, ໃນນັ້ນ ໄດ້ຮັບເງິນໂບນັດຈາກ ທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ຈຳນວນ 10 ລ້ານກີບ, ທະນາຄານ ພັດທະນາລາວ ຫຼື LDB BANK ສະໜັບສະໜູນ 150 ລ້ານກີບ, Miss ann kavanh ເປັນຄົນລາວໃນ ອາເມຣິກາ ( ຣັດຟໍຣິດ້າ FLORIDA ) ( ເມື່ອງ ຕຳປາເບ້ TAMPA BAY ) ຈາກສະຫະລັດອາເມລິກາ 100 ໂດລາ, Mr huang bo ຈຳນວນ 1 ແສນບາດ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ມອບນໍ້າດື່ມ 200 ແພັກ, ຮ້ານອາຫານຊີ້ນດາດ ໂຕໝູ ຈັດພາເຂົ້າລ້ຽງອາຫານແລງ ດາດໂຕໝູ ແລະ ຫຼ້າສຸດ ກະຊວງ ສສກ ມອບເງິນ10 ລ້ານກີບ ໃຫ້ທີມຫຼານນ້ອຍດັ່ງກ່າວອີກດ້ວຍ.

ອ້າງອີງ: ໜັງສືພິມສຶກສາ-ກິ

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...