spot_img
Homeຂ່າວພາຍ​ໃນຖະແຫຼງ! ກໍລະນີ ເດັກຍິງ 4 ຄົນໜີອອກຈາກບ້ານ

ຖະແຫຼງ! ກໍລະນີ ເດັກຍິງ 4 ຄົນໜີອອກຈາກບ້ານ

Published on

ອີງຕາມການລາຍງານຂອງ ທ່ານ ພັນໂທ ສຸລີວັນ ແກ້ວມະນີວົງ ຜູ້ຊີ້ນຳວຽກງານຕຳຫຼວດ ໄດ້ອອກມາຖະແຫຼງກ່ຽວກັບ ເຫດການເດັກນ້ອຍ 4 ຄົນຢູ່ບ້ານຫົວຊຽງ ໄດ້ອອກຈາກເຮືອນພ້ອມທັງຂຽນຈົດໝາຍອຳລາ.

ຕໍ່ກັບເຫດການດັ່ງກ່າວ ກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ໃນເບື້ອງຕົ້ນເວລາ 19:45 ນາທີ ຂອງວັນທີ 25 ທັນວາ 2023 ກອງບັນຊາການ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມຈາກຜູ້ປົກຄອງເດັກນ້ອຍນັກຮຽນວ່າ: ໄດ້ພົບເຫັນຊອງຈົດໝາຍຂອງລູກສາວ ໂດຍມີເນື້ອໃນວ່າ: ພໍ່ແມ່ບໍ່ຕ້ອງເປັນຫ່ວງລູກ ອີກ 2-3 ປີລູກຈະກັບມາ ຫຼັງຈາກນັ້ນຈຶ່ງໄດ້ໂທຫາລູກສາວ ບໍ່ສາມາດຕິດຕໍ່ໄດ້ ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວເຈົ້າໜ້າທີ່ ຈຶ່ງໄດ້ລົງຕິດຕາມກວດກາຈຶ່ງໄດ້ຮູ້ວ່າ: ໃນເວລາ 7:30 ໂມງເຊົ້າຂອງວັນທີ 26 ທັນວາ 2023 ໄດ້ມີຄົນຈະມາຮັບເອົາເດັກນ້ອຍຕື່ມອີກ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ສ້າງແຜນຕິດຕາມ, ຕົກມາຮອດເວລາ 8:00 ໂມງເຊົ້າຂອງວັນດຽວກັນ ຈຶ່ງສາມາດກັກຕົວ ນາງ ຄຳຫຼ້າ ຫຼື ຍີ ອາຍຸ 20 ປີ ອາຊີບວ່າງງານ ບ້ານສີລຳດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທີ່ກຳລັງຈະມາເອົາເດັກນ້ອຍອີກ ພ້ອມດ້ວຍຄົນຂັບແທັກຊີ່ 1 ຄົນ.

ພາຍຫຼັງການສອບສວນຈຶ່ງຮູ້ວ່າ: ຜູ້ກ່ຽວຮັບສາລະພາບໄດ້ມາຮັບເອົາເດັກນ້ອຍ 4 ຄົນ ແລະ ໄດ້ເອົາໄປສົ່ງໃຫ້ຮ້ານເສີມສວຍຂອງຄົນຫວຽດນາມ ຢູ່ເຂດບ້ານດົງປະລານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍໄດ້ເງິນຄ່າຈ້າງ 3 ແສນກີບ, ຈາກນັ້ນເຈົ້າໜ້າທີ່ໄດ້ລົງກວດກາຮ້ານເສີມສວຍທັງ 2 ຮ້ານດັ່ງກ່າວ ຈຶ່ງໄດ້ພົບເຫັນເດັກນ້ອຍທັງ 4 ຄົນຈາກນັ້ນກໍໄດ້ກັກຕົວເຈົ້າຂອງຮ້ານມາສອບສວນຈຶ່ງຮູ້ວ່າ: ຜູ້ກ່ຽວໄດ້ຮັບຄົນລາວມາເຮັດວຽກຢູ່ຮ້ານເສີມສວຍໂດຍໃຫ້ເງິນເດືອນ 1 ລ້ານກີບ ສ່ວນກິນຢູ່ພັກເຊົາແມ່ນຜູ້ກ່ຽວຮັບຜິດຊອບ, ແຕ່ໃນເວລາຮັບຄົນເຂົ້າມາເຮັດວຽກນັ້ນຜູ້ກ່ຽວບໍ່ໄດ້ໄປແຈ້ງຕໍ່ອຳນາດການປົກຄອງບ້ານ ຫຼື ພາກສ່ວນກ່ຽວຂ້ອງຮັບຮູ້ນຳ.

ຍ້ອນເຫດນີ້ເຈົ້າຂອງຮ້ານເສີມສວຍຈຶ່ງໄດ້ຈ້າງນາງຄຳຫຼ້າໃຫ້ຫາຄົນມາເຮັດວຽກໃນຮ້ານເສີມສວຍ ໂດຍຈະໃຫ້ຄ່າຈ້າງເປັນເງິນ, ຕໍ່ກັບເຫດການດັ່ງກ່າວເຈົ້າໜ້າທີ່ສາມາດນຳຕົວເດັກນ້ອຍທັງ 4 ຄົນຄືນມາໄດ້ ແລະ ໄດ້ມອບຄືນຜູ້ປົກຄອງແລ້ວ ສ່ວນ ນາງ ຄຳຫຼ້າ ແລະ ເຈົ້າຂອງຮ້ານເສີມສວຍ ທັງສອງ ຈອ່ງຖືກດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...