ວິທີ​ຫລິກລ້ຽງ​ການ​ປິ່ນປົວ​ດ້ວຍ​ຢາ​ເມື່ອ​ລູກ​ນ້ອຍ​ເຈັບ​ໄຂ້​

         01_406

      ໃຜ​ໆກໍ​ຮູ້​ວ່າ​ລູກ​ນ້ອຍ​ນັ້ນ​ເປັນ​ດັ່ງ​ແກ້ວ​ຕາ​ດວງ​ໃຈ​ຂອງ​​ພໍ່​​ແມ່ ຫາກ​ພວກເຂົາ​ເຈັບ​ໄຂ້​ໄດ້​ປ່ວຍ​ຂຶ້ນ​ມາ​ຄັ້ງໜຶ່ງ ຄົນ​ເປັນ​ພໍ່​ເປັນ​ແມ່​ກໍ​ຮ້ອນ​ໃຈ​ຢູ່​​ບໍ່​ໄດ້ ໃຜ​ວ່າ​ຢາ​ອັນ​ໃດ​ດີ​ກໍ​ເຊື່ອ​ຕາມ​ໄປຫມົດ​ຈົນ​ບໍ່​ທັນ​ໄດ້​ຄິດວ່າ​ຄວາມ​ຈິງ​ແລ້ວ​ຢາ​ປິ່ນປົວພະຍາດ​ກໍ​ອາດ​ຊ່ວຍ​ໃຫ້​ລູກ​ຂອງ​ເຈົ້າ​ກັບ​ມາ​ອາການ​ປົກກະຕິ​ໄດ້​ໄວ ແຕ່​ຫາກ​ກິນ​ຢາ​ປິ່ນປົວພະຍາດ​ຫລາຍ​ເກີນ​ໄປ ມັນ​ກໍ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ຮ່າງກາຍ​ເດັກ​ທີ່​ຍັງ​ອ່ອນແອ​ຢູ່​ໄດ້​ຫລາຍກວ່າ​ທີ່​ຄິດ ສະ​ນັ້ນ​ມື້​ນີ້​ເຮົາ​ຈຶ່ງ​ນຳ 4 ວິທີ​ຫລີກ​ລ້ຽງ​ການ​ປິ່ນປົວ​ດ້ວຍ​ຢາ​ຫລາຍ​ເກີນ​ໄປ ເມື່ອ​ຍາມ​ທີ່​ລູກ​ນ້ອຍ​ເຈັບ​ໄຂ້​ໄດ້​ປ່ວຍ​ມາ​ຝາກ​ໃຫ້​​ພໍ່​​ແມ່​ທີ່​ມີ​ລູກ​ນ້ອຍ​ກັນ
ກິນ​ອາຫານ​ທີ່​ມີ​ປະ​ໂຍດ  ເມື່ອລູກ​ນ້ອຍ​​ເກີດ​ເປັນ​ໄຂ້​ຕົວ​ຮ້ອນ​​ຂຶ້ນ​ມາ ກໍເຮັດໃຫ້​ຄົນ​ເປັນ​ພໍ່​ເປັນ​ແມ່​ໃຈ​ບໍ່​ດີ ແຕ່​ຢ່າງໃດ​ກໍ​ຕາມ ລອງ​ໃຫ້​ການ​ປິ່ນປົວ​ດ້ວຍ​ຢາ​ເປັນ​ວິທີ​ສຸດ​ທ້າຍ​ທີ່​ຈະ​ເລືອກ​ໃຊ້​ດີກວ່າ ແລ້ວ​ຫັນ​ມາ​ເຮັດ​ອາຫານ​ທີ່​ມີ​ປະໂຫຍດ​ ແລະ ​ຊ່ວຍ​ໃຫ້​ຮ່າງກາຍ​ແຂງ​ແຮງ​ຂຶ້ນ​ໃນ​ຍາມ​ທີ່​ປ່ວຍ ເຊັ່ນ ຊຸບ​ໄກ່ ​ຫລື​ອາຫານ​ຢ່າງ​ອື່ນ​ທີ່​ມີ​ປະໂຫຍດ​ທີ່​ຈະ​ຊ່ວຍ​ໃຫ້​ລູກ​ຂອງ​ເຈົ້າແຂງ​ແຮງ​ຂຶ້ນ ເພາະ​ການ​ທີ່​ເດັກ​ກິນ​ຢາ​ປິ່ນປົວພະຍາດ​ຫລາຍ​ໄປ​ກໍ​ບໍ່​ດີ​ດອກ
– ຢ່າ​ຫາ​ຂໍ້​ມູນ​ທາງ​ອິນ​ເຕິ​ເນັດ​ຫລາຍເກີນ​ໄປ   ຂໍ້​ມູນທາງ​ອິນ​ເຕີເນັດ​ກ່ຽວກັບ​ການ​ປິ່ນປົວ​ອາການ​ເຈັບ​ປ່ວຍ​ຂອງ​ລູກ​ນ້ອຍ ສາມາດ​ຊ່ວຍ​ເຈົ້າ​ໃຫ້​ພົບ​ເຈີ​ທາງ​ແກ້​ບັນຫາ​ທີ່​ດີ​ ແລະ ​ກໍ​ຍັງ​ເຮັດໃຫ້​ເຈົ້າ​ສັບ​ສົນ​ໄປ​ນຳ​ໃນ​ເວລາດຽວ​ກັນ ສະ​ນັ້ນ​ຫາກ​ເຈີ​ຄຳ​ແນະ​ນຳ​ທີ່​ຫລາກ​ຫລາຍ​ກໍ​ໃຫ້​ລອງ​ຄິດ​ທົບ​ທວນ​ຕັດ​ສິນ​ໃຈ​ດີໆ ບໍ່ແມ່ນ​ວ່າ​ໃຜ​ແນະ​ນຳ​ໃຫ້​ກິນ​ຢາ​ຫຍັງ​ກໍ​ຂົນ​ຊື້​ມາ​ໃຫ້​ລູກ​ຂອງ​ເຈົ້າ​ກິນ​ໄປຫມົດ​ ລອງ​ເລືອກ​ວິທີ​ອື່ນ​ທີ່​ບໍ່ແມ່ນ​ການ​ໃຊ້​ຢາ​ປິ່ນປົວພະຍາດ​ມາ​ໃຊ້​ກັບ​ລູກ​ຂອງ​ເຈົ້າ​ກ່ອນ​ໜ້າ​ຈະດີກວ່າ
– ບອກ​ແພດ​ໃຫ້​ຈັດຢາ​ແຕ່​ພໍດີ ພໍ່​​ແມ່​ອາດຈະ​ຄິດວ່າ ການ​ທີ່​ລູກ​ປ່ວຍ​ແລ້ວ​ພາ​ໄປ​ພົບ​ແພດ​ນັ້ນ​ເປັນ​ຫົນ​ທາງ​ປິ່ນປົວ​ທີ່​ດີ​ທີ່ສຸດ ແຕ່​ຮູ້​ບໍ່​ວ່າ​ບາງ​ທີ​ແພດໝໍ​ກໍ​ປິ່ນປົວ​ອາການ​ປ່ວຍ​ຜິດໆ ດ້ວຍ​ການ​ຈັດຢາ​ໃຫ້​ຫລາຍໆ ເພື່ອ​ຫວັງ​ຈະໃຫ້​ລູກ​ຂອງ​ເຈົ້າ​ເຊົາ​ໄວໆ​ ຊຶ່ງ​ການ​ໄປ​ພົບ​ແພດ​ກໍ​ອາດຈະ​ເປັນ​ວິທີ​ທີ່​ດີ ​ແລະ ​ບໍ່​ດີ​ປົນ​ກັນ​ໄປ ສະ​ນັ້ນ​ເວລາ​​ພໍ່​​ແມ່​ພາ​ລູກ​ໄປ​ພົບ​ແພດ​ແລ້ວ​ກໍ​ຢ່າ​ລືມ​ບອກ​ໃຫ້​ຈັດຢາ​ມາ​ໜ້ອຍ​

– ຮັບ​ສານ​ອາຫານ​ຄົບ​ຖ້ວນ ​ແລະ ​ອອກ​ກຳ​ລັງ​ກາຍ ເຈົ້າຕ້ອງ​ແນ່​ໃຈ​ວ່າ ອາຫານ​ແຕ່​ລະ​ມື້​ສຳລັບ​ລູກ​ນ້ອຍ​ນັ້ນ ມີ​ສານ​ອາຫານ​ຄົບ​ຖ້ວນ​ທັງ ໂປ​ຕີນ, ໄຂ​ມັນ, ຄາລ໌​ໂບ​ໄຮ​ເດນ,​ ວິ​ຕາ​ມິນ ແລະ ​ເກືອ​ແຮ່​ພໍ​ພຽງ​ແລ້ວ ແລະ​ຄວນ​ຈະໃຫ້​ລູກ​ອອກ​ໄປ​ແລ່ນ​ຫລິ້ນ​ຕາມ​ປະ​ສາ​ເດັກນ້ອຍຢູ່​ນອກ​ເຮືອນ​ນຳ ເພື່ອ​ໃຫ້​ໄດ້ຮັບ​ວິ​ຕາ​ມິນ​ຈາກ​ແສງ​ແດດ​ ແລະ ​ໄດ້​ອອກ​ກຳ​ລັງ​ກາຍ​ໄປ​ໃນ​ຕົວ​ນຳ ຫາກ​ເຮັດໃຫ້​ໄດ້​ຕາມ​ນີ້ ລູກ​ຂອງ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ກິນ​ວິ​ຕາ​ມິນ​ເສີມ​ໃຫ້​ຫຍຸ້ງຍາກ ແຖມ​ຮ່າງກາຍ​ກໍ​ຍັງ​ແຂງ​ແຮງ​ຫ່າງ​ໄກ​ໂລກໄພ​ໄຂ້​ເຈັບ​